Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:9 - ພຣະຄຳພີສັກສິ

9 ວັນໜຶ່ງ ວິນຍານ​ຊົ່ວຮ້າຍ​ທີ່​ພຣະເຈົ້າຢາເວ​ໃຊ້​ມາ​ນັ້ນ ໄດ້​ເຂົ້າ​ສິງ​ກະສັດ​ໂຊນ​ອີກ. ເພິ່ນ​ໄດ້ນັ່ງ​ຢູ່​ໃນ​ວັງ​ແລະ​ຖື​ຫອກ​ໃນ​ມື, ຂະນະທີ່​ດາວິດ​ກໍ​ກຳລັງ​ດີດພິນ​ຢູ່​ໃນ​ທີ່ນັ້ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 19:9
7 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຖາມ​ວ່າ, ‘ດ້ວຍວິທິ​ໃດ?’ ວິນຍານ​ດວງນັ້ນ​ໄດ້​ຕອບ​ຄືນ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເວົ້າຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ຈົ່ງ​ໄປ​ຫລອກລວງ​ລາວ​ສາ ເຈົ້າ​ຈະ​ສຳເລັດ.”’


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ໜີໄປ​ຈາກ​ກະສັດ​ໂຊນ ແລະ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າຢາເວ​ກໍໄດ້​ມາ​ທໍລະມານ​ເພິ່ນ.


ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ນັ້ນ​ໄດ້​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ຮູ້​ວ່າ ແມ່ນ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ໄດ້​ມາ​ທໍລະມານ​ທ່ານ.


ດັ່ງນັ້ນ ທ່ານເອີຍ ຈົ່ງ​ອອກ​ຄຳສັ່ງ​ມາ​ເທີ້ນ ແລະ​ພວກ​ຂ້ານ້ອຍ​ຈະ​ໄປ​ຊອກ​ຫາ​ຄົນ​ທີ່​ຮູ້ຈັກ​ດີດພິນ​ມາ​ໃຫ້​ທ່ານ. ເມື່ອໃດ​ທີ່​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ເຂົ້າ​ມາ​ສິງ​ຢູ່​ໃນ​ທ່ານ ຊາຍ​ຄົນ​ນັ້ນ​ຈະ​ດີດພິນ​ຂອງ​ລາວ ແລະ​ທ່ານ​ກໍ​ຈະ​ເປັນ​ປົກກະຕິ.”


ຕໍ່ມາ ເສິກ​ກັບ​ພວກ​ຟີລິດສະຕິນ​ໄດ້​ເກີດຂຶ້ນ​ອີກ. ດາວິດ​ໄດ້​ບຸກໂຈມຕີ​ພວກເຂົາ​ໃຫ້​ແຕກ​ໜີ​ແລະ​ພ່າຍແພ້​ໄປ​ຢ່າງ​ສິ້ນເຊີງ.


ວັນໜຶ່ງ​ທີ່​ເມືອງ​ກີເບອາ ກະສັດ​ໂຊນ​ຖື​ຫອກ​ໃນ​ມື ແລະ​ນັ່ງ​ຢູ່​ທີ່​ເນີນພູ ໃຕ້​ຕົ້ນໄມ້​ກົກ​ໜຶ່ງ​ຊື່​ວ່າ ຕາມາຣີ ຝ່າຍ​ຂ້າຣາຊການ​ຂອງ​ເພິ່ນ​ທັງໝົດ​ກໍ​ຢືນ​ອ້ອມຮອບ​ເພິ່ນ​ຢູ່. ຕໍ່ມາ ມີ​ຄົນ​ມາ​ບອກ​ເພິ່ນ​ວ່າ ເຂົາ​ໄດ້​ພົບ​ບ່ອນ​ຢູ່​ຂອງ​ດາວິດ​ແລະ​ທະຫານ​ຂອງ​ເພິ່ນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka