Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:8 - ພຣະຄຳພີສັກສິ

8 ຕໍ່ມາ ເສິກ​ກັບ​ພວກ​ຟີລິດສະຕິນ​ໄດ້​ເກີດຂຶ້ນ​ອີກ. ດາວິດ​ໄດ້​ບຸກໂຈມຕີ​ພວກເຂົາ​ໃຫ້​ແຕກ​ໜີ​ແລະ​ພ່າຍແພ້​ໄປ​ຢ່າງ​ສິ້ນເຊີງ.

Uka jalj uñjjattʼäta Copia luraña




1 ຊາມູເອນ 19:8
8 Jak'a apnaqawi uñst'ayäwi  

ກະສັດ​ອາຮາບ​ໄດ້​ຍົກທັບ​ອອກ​ໄປ, ຢຶດເອົາ ມ້າ​ແລະ​ລົດຮົບ ແລະ​ຕີ​ຊາວ​ຊີເຣຍ​ໃຫ້​ພ່າຍແພ້​ຢ່າງໜັກ.


ເຖິງ​ແມ່ນ​ກອງທັບ​ທັງໝົດ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ໂຈມຕີ​ຂ້ານ້ອຍ​ກໍຕາມ ຂ້ານ້ອຍ​ກໍ​ຍັງ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າ.


ລາວ​ໄດ້​ປະຕິບັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.


ພວກ​ຟີລິດສະຕິນ​ໄດ້​ຍົກທັບ​ມາ​ຕໍ່ສູ້ ແຕ່​ໃນ​ການ​ສູ້ຮົບ​ທຸກ​ເທື່ອ ດາວິດ​ຕີ​ຊະນະ​ຂ້າເສິກ​ໄດ້​ຢ່າງ​ມີ​ປະສິດ​ທິພາບ​ຫລາຍກວ່າ​ນາຍ​ທະຫານ​ຄົນອື່ນໆ​ຂອງ​ກະສັດ​ໂຊນ. ຜົນ​ກໍ​ຄື​ດາວິດ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ຫລາຍ.


ດັ່ງນັ້ນ ໂຢນາທານ​ຈຶ່ງ​ເອີ້ນ​ດາວິດ​ມາ​ແລະ​ບອກ​ລາວ​ທຸກສິ່ງ. ແລ້ວ​ລາວ​ກໍ​ພາ​ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ດາວິດ​ກໍໄດ້​ຮັບໃຊ້​ກະສັດ​ເໝືອນດັ່ງ​ແຕ່​ກ່ອນ.


ວັນໜຶ່ງ ວິນຍານ​ຊົ່ວຮ້າຍ​ທີ່​ພຣະເຈົ້າຢາເວ​ໃຊ້​ມາ​ນັ້ນ ໄດ້​ເຂົ້າ​ສິງ​ກະສັດ​ໂຊນ​ອີກ. ເພິ່ນ​ໄດ້ນັ່ງ​ຢູ່​ໃນ​ວັງ​ແລະ​ຖື​ຫອກ​ໃນ​ມື, ຂະນະທີ່​ດາວິດ​ກໍ​ກຳລັງ​ດີດພິນ​ຢູ່​ໃນ​ທີ່ນັ້ນ.


ດັ່ງນັ້ນ ດາວິດ​ກັບ​ຄົນ​ຂອງ​ເພິ່ນ​ຈຶ່ງ​ໄດ້​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ທີ່​ເມືອງ​ເກອີລາ. ພວກເຂົາ​ໄດ້​ຂ້າ​ພວກ​ຟີລິດສະຕິນ​ຫລາຍ​ຄົນ ແລະ​ຢຶດເອົາ​ສັດ​ລ້ຽງ​ຂອງ​ພວກເຂົາ. ດັ່ງນັ້ນ ດາວິດ​ຈຶ່ງ​ຊ່ວຍ​ກອບກູ້​ເອົາ​ຊາວ​ເມືອງ​ເກອີລາ​ໃຫ້​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka