Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ໂຢນາທານ​ຈຶ່ງ​ເອີ້ນ​ດາວິດ​ມາ​ແລະ​ບອກ​ລາວ​ທຸກສິ່ງ. ແລ້ວ​ລາວ​ກໍ​ພາ​ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ດາວິດ​ກໍໄດ້​ຮັບໃຊ້​ກະສັດ​ເໝືອນດັ່ງ​ແຕ່​ກ່ອນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 19:7
10 Jak'a apnaqawi uñst'ayäwi  

ຢາໂຄບ​ເຫັນ​ໄດ້​ອີກ​ວ່າ ທ່າທີ​ຂອງ​ລາບານ​ທີ່​ມີ​ຕໍ່​ຕົນ​ນັ້ນ​ບໍ່​ດີ​ຄື​ແຕ່​ກ່ອນ.


ໃນ​ອະດີດ​ທີ່​ຜ່ານ​ມາ ເຖິງ​ແມ່ນ​ໂຊນ​ຍັງ​ເປັນ​ກະສັດ​ຢູ່ ເພິ່ນ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ້ຮົບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ສັນຍາ​ກັບ​ເພິ່ນ​ໃຫ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ.”


ແຕ່​ໂມເຊ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ບໍ່ໄດ້​ດອກ ພຣະເຈົ້າຢາເວ​ເອີຍ ຂໍ​ຢ່າ​ໃຊ້​ຂ້ານ້ອຍ​ໄປ​ເທາະ. ຂ້ານ້ອຍ​ເອງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ແລະ​ບໍ່ມີ​ສີ​ປາກ​ມາ​ແຕ່​ໃດໆ, ຕັ້ງແຕ່​ພຣະອົງ​ໄດ້​ເລີ່ມ​ກ່າວ​ແກ່​ຂ້ານ້ອຍ​ມາ​ນີ້ ຂ້ານ້ອຍ​ແຮ່ງ​ເວົ້າ​ອອກ​ຍາກ​ຫລາຍ ເວົ້າ​ເກິໆກະໆ​ບໍ່ລ່ຽນ​ບໍ່ໄຫລ.”


ພວກເຂົາ​ຈັດຕຽມ​ບ່ອນ​ເຜົາ​ຈັກກະພັດ​ອັດຊີເຣຍ ດ້ວຍ​ກອງ​ໄຟ​ອັນ​ໃຫຍ່​ມາ​ດົນ​ແລ້ວ. ບ່ອນ​ນັ້ນ​ທັງເລິກ​ທັງກວ້າງ​ແລະ​ທັງ​ມີ​ກອງ​ຟືນ​ສູງ. ພຣະເຈົ້າຢາເວ​ຈະ​ຫາຍໃຈ​ເປັນ​ແປວໄຟ ເພື່ອ​ໄໝ້​ເຜົາຜານ​ບ່ອນນັ້ນ.


ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ຖືກ​ຮັບ​ເຂົ້າ​ເປັນ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ເພິ່ນ. ກະສັດ​ໂຊນ​ພໍໃຈ​ນຳ​ດາວິດ​ຫລາຍ ຈຶ່ງ​ເລືອກ​ໃຫ້​ລາວ​ເປັນ​ຄົນ​ຖື​ອາວຸດ​ປະຈຳຕົວ​ຂອງ​ເພິ່ນ.


ວັນ​ຕໍ່ມາ ວິນຍານ​ຊົ່ວຮ້າຍ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສົ່ງ​ມາ ກໍ​ເຂົ້າ​ສິງ​ກະສັດ​ໂຊນ​ທັນທີ; ເພິ່ນ​ໄດ້​ເວົ້າ​ລະເມີ​ຢູ່​ໃນ​ເຮືອນ​ຂອງຕົນ​ດັ່ງ​ຄົນບ້າ. ສ່ວນ​ດາວິດ​ນັ້ນ​ດີດພິນ​ຢູ່​ດັ່ງ​ທີ່​ເຄີຍ​ເຮັດ​ມາ​ທຸກ​ວັນ ແລະ​ກະສັດ​ໂຊນ​ກໍ​ຖື​ຫອກ​ຢູ່​ໃນ​ມື.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ດາວິດ​ໜີ ໂດຍ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ບັນຊາການ​ທະຫານ​ໜຶ່ງພັນ​ຄົນ. ດາວິດ​ໄດ້​ນຳ​ໜ້າ​ທະຫານ​ຂອງຕົນ​ອອກ​ໄປ​ສູ່​ສະໜາມຮົບ.


ແຕ່​ນັ້ນ​ມາ ກະສັດ​ໂຊນ​ກໍ​ເອົາ​ດາວິດ​ໄປ​ຢູ່​ນຳ ແລະ​ບໍ່​ໃຫ້​ລາວ​ກັບຄືນ​ເມືອ​ບ້ານ​ພໍ່​ຂອງຕົນ.


ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ໂຢນາທານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເພິ່ນ​ຈະ​ບໍ່​ຂ້າ​ດາວິດ.


ຕໍ່ມາ ເສິກ​ກັບ​ພວກ​ຟີລິດສະຕິນ​ໄດ້​ເກີດຂຶ້ນ​ອີກ. ດາວິດ​ໄດ້​ບຸກໂຈມຕີ​ພວກເຂົາ​ໃຫ້​ແຕກ​ໜີ​ແລະ​ພ່າຍແພ້​ໄປ​ຢ່າງ​ສິ້ນເຊີງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka