Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:6 - ພຣະຄຳພີສັກສິ

6 ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ໂຢນາທານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເພິ່ນ​ຈະ​ບໍ່​ຂ້າ​ດາວິດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 19:6
9 Jak'a apnaqawi uñst'ayäwi  

ລາວ​ດູຖູກ​ຄົນ​ທີ່​ພຣະເຈົ້າ​ປະຕິເສດ​ເຂົາ ແຕ່​ໃຫ້ກຽດ​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ. ລາວ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ສະເໝີ ເຖິງ​ວ່າ​ຕົນ​ຈະ​ເປັນ​ຝ່າຍ​ເສຍ​ຜົນປະໂຫຍດ​ກໍຕາມ.


ຈົ່ງ​ເວົ້າ​ແທນ​ພວກ​ທີ່​ເວົ້າ​ແທນ​ຕົນເອງ​ບໍ່ໄດ້ ຈົ່ງ​ຄຸ້ມຄອງ​ສິດທິ​ຂອງ​ພວກ​ທີ່​ບໍ່ມີ​ທີ່ເພິ່ງ.


ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.


ເຮົາ​ຂໍ​ສັນຍາ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ຊ່ວຍ​ໃຫ້​ຊາດ​ອິດສະຣາເອນ​ມີ​ໄຊຊະນະ​ວ່າ ຜູ້​ທີ່​ເຮັດ​ຜິດ​ຈະ​ຕ້ອງ​ຖືກ​ຂ້າ ແມ່ນແຕ່​ໂຢນາທານ​ລູກຊາຍ​ຂອງເຮົາ​ກໍຕາມ.” ແຕ່​ບໍ່ມີ​ຜູ້ໃດ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ​ເວົ້າ​ຫຍັງ​ເລີຍ.


ລາວ​ໄດ້​ສ່ຽງ​ຊີວິດ​ເມື່ອ​ລາວ​ໄດ້​ຂ້າ​ໂກລີອາດ ແລະ​ພຣະເຈົ້າຢາເວ​ໄດ້​ນຳ​ໄຊຊະນະ​ອັນ​ຍິ່ງໃຫຍ່​ສຳລັບ​ຊາດ​ອິດສະຣາເອນ. ເມື່ອ​ພໍ່​ເຫັນ​ເຊັ່ນນີ້​ພໍ່​ເອງ​ກໍ​ດີໃຈ. ດັ່ງນັ້ນ ເຫດໃດ ພໍ່​ຈຶ່ງ​ຢາກ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ບໍ່ມີ​ຄວາມຜິດ ແລະ​ຂ້າ​ດາວິດ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ໝົດ?”


ດັ່ງນັ້ນ ໂຢນາທານ​ຈຶ່ງ​ເອີ້ນ​ດາວິດ​ມາ​ແລະ​ບອກ​ລາວ​ທຸກສິ່ງ. ແລ້ວ​ລາວ​ກໍ​ພາ​ດາວິດ​ເຂົ້າ​ໄປ​ຫາ​ກະສັດ​ໂຊນ ແລະ​ດາວິດ​ກໍໄດ້​ຮັບໃຊ້​ກະສັດ​ເໝືອນດັ່ງ​ແຕ່​ກ່ອນ.


ແລ້ວ​ກະສັດ​ໂຊນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຕໍ່​ຍິງນັ້ນ​ວ່າ, “ຂ້ອຍ​ຂໍ​ສັນຍາ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ເຈົ້າ​ຈະ​ບໍ່​ຖືກ​ລົງໂທດ​ທີ່​ເຈົ້າ​ກະທຳ​ເຊັ່ນນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka