Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:5 - ພຣະຄຳພີສັກສິ

5 ລາວ​ໄດ້​ສ່ຽງ​ຊີວິດ​ເມື່ອ​ລາວ​ໄດ້​ຂ້າ​ໂກລີອາດ ແລະ​ພຣະເຈົ້າຢາເວ​ໄດ້​ນຳ​ໄຊຊະນະ​ອັນ​ຍິ່ງໃຫຍ່​ສຳລັບ​ຊາດ​ອິດສະຣາເອນ. ເມື່ອ​ພໍ່​ເຫັນ​ເຊັ່ນນີ້​ພໍ່​ເອງ​ກໍ​ດີໃຈ. ດັ່ງນັ້ນ ເຫດໃດ ພໍ່​ຈຶ່ງ​ຢາກ​ເຮັດ​ຜິດ​ຕໍ່​ຜູ້​ທີ່​ບໍ່ມີ​ຄວາມຜິດ ແລະ​ຂ້າ​ດາວິດ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ໝົດ?”

Uka jalj uñjjattʼäta Copia luraña




1 ຊາມູເອນ 19:5
26 Jak'a apnaqawi uñst'ayäwi  

ແຕ່​ເອເລອາຊາ​ໄດ້​ຢືນ​ຕໍ່ສູ້​ພວກ​ຟີລິດສະຕິນ​ຈົນ​ມື​ລາວ​ຈັງ ແລະ​ວາງ​ດາບ​ອອກ​ຈາກ​ມື​ບໍ່ໄດ້. ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ໄດ້​ຊົງ​ປະທານ​ໄຊຊະນະ​ຢ່າງໃຫຍ່ຫລວງ. ຫລັງຈາກ​ເສິກ​ສິ້ນສຸດ​ລົງ​ແລ້ວ ຊາວ​ອິດສະຣາເອນ​ຈຶ່ງ​ກັບ​ມາ​ຫາ​ເອເລອາຊາ ເພື່ອ​ປົດ​ເອົາ​ອາວຸດ​ຈາກ​ພວກ​ທີ່​ຖືກ​ຂ້າ​ເທົ່ານັ້ນ.


ສ່ວນ​ລາວ​ພ້ອມ​ດ້ວຍ​ຄົນ​ຂອງຕົນ​ກໍ​ຢືນ​ຕໍ່ສູ້​ຊາວ​ຟີລິດສະຕິນ​ຢູ່​ກາງ​ທົ່ງນາ. ພຣະເຈົ້າຢາເວ​ໄດ້​ໃຫ້​ລາວ​ຮົບ​ຊະນະ​ເປັນ​ຄັ້ງ​ຍິ່ງໃຫຍ່.


ສາມ​ທະຫານ​ເອກ​ໄດ້​ຕີ​ຝ່າ​ຄ້າຍ​ທະຫານ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ທີ່​ສ້າງ​ມາ​ໃຫ້​ກະສັດ​ດາວິດ. ເພິ່ນ​ດື່ມ​ບໍ່​ລົງ ແຕ່​ກັບ​ຖອກ​ນໍ້າ​ລົງ​ດິນ​ຖວາຍ​ແກ່​ພຣະເຈົ້າຢາເວ


ພວກເຂົາ​ຕອບ​ສະໜອງ​ໂດຍ​ຄວາມຊົ່ວ​ແທນ​ຄວາມດີ ແລະ​ໃຊ້​ຄວາມ​ກຽດຊັງ​ຕອບແທນ​ຄວາມຮັກ.


ຂ້ານ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ສ່ຽງ​ຊີວິດ​ສະເໝີ​ໄປ, ແຕ່​ຂ້ານ້ອຍ ບໍ່ໄດ້​ລືມໄລ​ກົດບັນຍັດ​ຂອງ​ພຣະອົງ.


ຜູ້​ທີ່​ວາງໃຈ​ໃນ​ພຣະອົງ​ຈະ​ບໍ່​ພ່າຍແພ້​ເລີຍ ແຕ່​ຜູ້​ທີ່​ກະບົດ​ຕໍ່ສູ້​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.


ພວກເຂົາ​ວາງແຜນ​ປອງຮ້າຍ​ຕໍ່ສູ້​ຄົນດີ ລົງໂທດ​ຄົນ​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຊີວິດ.


ແຕ່​ໂມເຊ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ຕັ້ງໃຈ​ໃຫ້​ດີ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກະທຳ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໃນ​ວັນນີ້ ພວກເຈົ້າ​ຈະ​ບໍ່​ເຫັນ​ຊາວ​ເອຢິບ​ເຫຼົ່ານີ້​ອີກ​ຈັກເທື່ອ.


ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່ມີ​ຜົນ​ຫຍັງ ມີ​ແຕ່​ການ​ວຸ້ນວາຍ​ກຳລັງ​ເກີດຂຶ້ນ. ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ມາ​ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລະ​ເວົ້າ​ວ່າ, “ຂ້າພະເຈົ້າ​ບໍ່​ຂໍ​ຮັບຜິດຊອບ​ໃດໆ ສຳລັບ​ຄວາມ​ຕາຍ​ຂອງ​ຊາຍ​ຄົນ​ນີ້ ແຕ່​ແມ່ນ​ພວກທ່ານ​ເອງ​ທີ່​ຕ້ອງ​ຮັບຜິດຊອບ.”


ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.” ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”


ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້ ໃນ​ກົດບັນຍັດ​ຂອງ​ພວກເຂົາ​ວ່າ, ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່ມີ​ເຫດ.”’


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ເພາະ​ເພິ່ນ​ໄດ້​ສ່ຽງ​ຊີວິດ​ເກືອບ​ຕາຍ ເພື່ອ​ພາລະກິດ​ຂອງ​ພຣະຄຣິດ ທັງ​ໄດ້​ສ່ຽງ​ຊີວິດ​ເຮັດ​ໜ້າທີ່​ບົວລະບັດ​ຮັບໃຊ້​ເຮົາ​ຕາງ​ພວກເຈົ້າ​ທີ່​ບໍ່​ອາດ​ເຮັດ​ໄດ້.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


ເມື່ອ​ຂ້ອຍ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມາ​ແລ້ວ ຂ້ອຍ​ຈຶ່ງ​ສ່ຽງ​ຊີວິດ​ຂ້າມ​ແມ່ນໍ້າ​ໄປ​ສູ້ຮົບ​ພວກເຂົາ ແລະ​ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ຕີ​ຊະນະ​ພວກເຂົາ. ບັດນີ້ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຕໍ່ສູ້​ຂ້ອຍ?”


ຈົ່ງ​ຈົດຈຳ​ໄວ້​ວ່າ​ພໍ່​ຂອງຂ້ອຍ ເພິ່ນ​ໄດ້​ສູ້ຮົບ​ສຳລັບ​ພວກເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ພວກ​ມີດີອານ.


ແຕ່​ໂຊນ​ເວົ້າ​ວ່າ, “ມື້ນີ້ ຈະ​ບໍ່ມີ​ຜູ້ໃດ​ຖືກ​ປະຫານ​ຊີວິດ ເພາະ​ແມ່ນ​ມື້​ທີ່​ພຣະເຈົ້າຢາເວ​ຊ່ວຍ​ກອບກູ້​ເອົາ​ຊາດ​ອິດສະຣາເອນ.”


ແຕ່​ປະຊາຊົນ​ເວົ້າ​ຕໍ່​ກະສັດ​ໂຊນ​ວ່າ, “ຈະ​ໃຫ້​ໂຢນາທານ ຜູ້​ທີ່​ນຳ​ໄຊຊະນະ​ອັນ​ຍິ່ງໃຫຍ່​ມາ​ສູ່​ຊາດ​ອິດສະຣາເອນ​ຖືກ​ຂ້າ​ຊັ້ນບໍ? ບໍ່ໄດ້ ພວກ​ຂ້ານ້ອຍ​ຂໍ​ສັນຍາ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ແມ່ນແຕ່​ຜົມ​ເສັ້ນ​ໜຶ່ງ​ທີ່​ຫົວ​ຂອງ​ເພິ່ນ​ຈະ​ບໍ່​ໃຫ້​ສູນເສຍ​ໄປ. ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ໃນ​ມື້ນີ້ ແມ່ນ​ການ​ຊ່ວຍເຫລືອ​ຂອງ​ພຣະເຈົ້າ.” ສະນັ້ນ ປະຊາຊົນ​ຈຶ່ງ​ຊ່ວຍ​ໂຢນາທານ​ບໍ່​ໃຫ້​ຖືກ​ຂ້າ.


ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ໂຢນາທານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເພິ່ນ​ຈະ​ບໍ່​ຂ້າ​ດາວິດ.


ໂຢນາທານ​ເວົ້າ​ຂຶ້ນ​ວ່າ, “ເປັນຫຍັງ​ລາວ​ຈຶ່ງ​ຄວນ​ຈະ​ຕາຍ ລາວ​ໄດ້​ເຮັດ​ຜິດ​ຫຍັງ?”


ອາຮີເມເຫຼັກ​ຕອບ​ວ່າ, “ດາວິດ​ເປັນ​ນາຍ​ທະຫານ​ຜູ້​ທີ່​ຊື່ສັດ​ທີ່ສຸດ​ຂອງທ່ານ! ທັງ​ເປັນ​ລູກ​ເຂີຍ​ຂອງທ່ານ​ເອງ ເປັນ​ຜູ້​ບັນຊາການ​ທະຫານ​ຮັກສາ​ທ່ານ ແລະ​ທຸກຄົນ​ທີ່​ຢູ່​ໃນ​ວັງ​ນີ້​ກໍ​ນັບຖື​ລາວ​ເປັນ​ຢ່າງສູງ.


ຍິງ​ໝໍ​ຜີ​ຈຶ່ງ​ຍ່າງ​ໄປ​ຫາ​ເພິ່ນ ແລະ​ເຫັນ​ວ່າ​ເພິ່ນ​ຢ້ານກົວ​ຫລາຍ​ຈົນທັງຕົວ​ສັ່ນ​ໄປ​ໝົດ. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ຂ້ານ້ອຍ​ໄດ້ສ່ຽງ​ຊີວິດ​ປະຕິບັດ​ຕາມ​ທີ່​ທ່ານ​ຮ້ອງຂໍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka