Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:23 - ພຣະຄຳພີສັກສິ

23 ໃນ​ຂະນະທີ່​ເພິ່ນ​ກຳລັງ​ເດີນທາງ​ໄປ​ນັ້ນ ວິນຍານ​ຂອງ​ພຣະເຈົ້າ​ເຂົ້າ​ຄວບຄຸມ​ເພິ່ນ​ຄືກັນ. ເພິ່ນ​ຈຶ່ງ​ຟ້ອນ​ແລະ​ໂຮຮ້ອງ​ໄປ​ສຸດ​ທາງ​ຈົນເຖິງ​ບ້ານ​ນາໂຢດ​ໃນ​ຣາມາ.

Uka jalj uñjjattʼäta Copia luraña




1 ຊາມູເອນ 19:23
14 Jak'a apnaqawi uñst'ayäwi  

ມະນຸດ​ວາງ​ແຜນການ, ແຕ່​ພຣະເຈົ້າຢາເວ​ປະທານ​ຄວາມ​ສຳເລັດ​ໃຫ້.


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ສິ່ງ​ທີ່​ລາວ​ຕ້ອງ​ກ່າວ; ແລ້ວ​ພຣະອົງ​ກໍ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.


ແລະ​ເຫັນ​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ຢູ່​ຕາມ​ເຜົ່າ​ຂອງຕົນ. ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຄວບຄຸມ​ລາວ


ເມື່ອ​ວັນ​ພິພາກສາ​ມາ​ເຖິງ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກ​ຂ້ານ້ອຍ​ໄດ້​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ ແລະ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ’


ແທ້ຈິງ​ແລ້ວ ເພິ່ນ​ບໍ່ໄດ້​ເວົ້າ​ຕາມ​ລຳພັງ​ຕົນເອງ, ແຕ່​ເພິ່ນ​ເປັນ​ມະຫາ​ປະໂຣຫິດ​ປະຈຳການ​ໃນ​ປີ​ນັ້ນ ເພິ່ນ​ຈຶ່ງ​ໄດ້ທຳນວາຍ​ວ່າ ພຣະເຢຊູເຈົ້າ​ຈະ​ຕາຍ​ເພື່ອ​ປະເທດ​ຊາດ


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


ເມື່ອ​ໂຊນ​ແລະ​ຄົນ​ຮັບໃຊ້​ຂອງ​ລາວ​ມາ​ຮອດ​ເມືອງ​ກີເບອາ ກໍ​ມີ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ມາ​ພົບ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ເຂົ້າ​ຄວບຄຸມ​ລາວ ແລະ​ນຳ​ລາວ​ໄປ​ພ້ອມ​ທັງ​ທຳນວາຍ​ຮ່ວມ​ກັບ​ພວກເຂົາ.


ມີ​ຊາຍ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ຖາມ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ​ເດ​ເປັນ​ຈັ່ງ​ໃດ? ພໍ່​ຂອງ​ພວກເຂົາ​ເປັນ​ຜູ້ໃດ?” ດັ່ງນັ້ນ ຈຶ່ງ​ມີ​ຄຳ​ເວົ້າ​ສືບຕໍ່​ກັນ​ມາ​ວ່າ, “ໂຊນ​ກາຍເປັນ​ຜູ້ທຳນວາຍ​ແລ້ວ​ບໍ?”


ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ເຂົ້າ​ຄວບຄຸມ​ເຈົ້າ ແລະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ກັບ​ພວກເຂົາ​ທຳນວາຍ ແລະ​ເຈົ້າ​ຈະ​ປ່ຽນ​ເປັນ​ຄົນ​ໃໝ່.


ວັນ​ຕໍ່ມາ ວິນຍານ​ຊົ່ວຮ້າຍ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສົ່ງ​ມາ ກໍ​ເຂົ້າ​ສິງ​ກະສັດ​ໂຊນ​ທັນທີ; ເພິ່ນ​ໄດ້​ເວົ້າ​ລະເມີ​ຢູ່​ໃນ​ເຮືອນ​ຂອງຕົນ​ດັ່ງ​ຄົນບ້າ. ສ່ວນ​ດາວິດ​ນັ້ນ​ດີດພິນ​ຢູ່​ດັ່ງ​ທີ່​ເຄີຍ​ເຮັດ​ມາ​ທຸກ​ວັນ ແລະ​ກະສັດ​ໂຊນ​ກໍ​ຖື​ຫອກ​ຢູ່​ໃນ​ມື.


ສ່ວນ​ດາວິດ​ນັ້ນ ໄດ້​ໜີໄປ​ຫາ​ຊາມູເອນ​ທີ່​ເມືອງ​ຣາມາ ແລະ​ບອກ​ທຸກສິ່ງ​ທີ່​ກະສັດ​ໂຊນ​ໄດ້​ເຮັດ​ຕໍ່​ຕົນ​ສູ່​ຊາມູເອນ​ຟັງ ແລ້ວ​ຊາມູເອນ​ກັບ​ດາວິດ​ຈຶ່ງ​ໄປ​ພັກ​ຢູ່​ບ້ານ​ນາໂຢດ.


ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ສົ່ງ​ຄົນ​ອອກ​ໄປ​ຈັບ​ລາວ. ເມື່ອ​ໄປ​ຮອດ​ທີ່​ນັ້ນ​ພວກເຂົາ​ໄດ້​ເຫັນ ກຸ່ມ​ຜູ້ທຳນວາຍ​ພວມ​ຟ້ອນ ແລະ​ຮ້ອງໂຮ ຊຶ່ງ​ມີ​ຊາມູເອນ​ເປັນ​ຜູ້ນຳໜ້າ. ວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຂົ້າ​ຄວບຄຸມ​ທະຫານ​ຂອງ​ກະສັດ​ໂຊນ ແລະ​ພວກເຂົາ​ກໍ​ເຂົ້າ​ຮ່ວມ​ຟ້ອນ​ນຳ​ຄືກັນ.


ແລ້ວ​ເພິ່ນ​ກໍ​ອອກ​ໄປ​ທີ່​ເມືອງ​ຣາມາ​ເອງ. ເມື່ອ​ໄປ​ຮອດ​ນໍ້າສ້າງ​ໃຫຍ່​ທີ່​ເສກູ ເພິ່ນ​ຈຶ່ງ​ຖາມ​ຫາ​ຊາມູເອນ​ແລະ​ດາວິດ ແລະ​ເຂົາ​ກໍ​ບອກ​ເພິ່ນ​ວ່າ​ທັງສອງ​ຢູ່​ທີ່​ບ້ານ​ນາໂຢດ​ໃນ​ຣາມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka