2 ດັ່ງນັ້ນ ລາວຈຶ່ງໄປບອກດາວິດວ່າ, “ພໍ່ຂ້ອຍພະຍາຍາມຈະຂ້າເຈົ້າ. ໃນມື້ອື່ນ ເຈົ້າຈົ່ງລະວັງຕົວໃຫ້ດີ ໃຫ້ເຈົ້າໄປລີ້ຢູ່ໃນບ່ອນຫຼົບຊ້ອນແລະຢູ່ທີ່ນັ້ນ.
ປະຊາຊົນຜູ້ສັດຊື່ທີ່ອາໄສຢູ່ໃນດິນແດນ ຄືພວກທີ່ຂ້ານ້ອຍຊົມຊື່ນຍິນດີກັບພວກເຂົາ.
ເພື່ອນມິດສະແດງຄວາມຮັກຕໍ່ກັນຢູ່ທຸກເວລາ ເປັນອ້າຍເອື້ອຍນ້ອງກັນຕ້ອງແບ່ງປັນຄວາມສຸກທຸກ.
ແຕ່ລູກຊາຍຂອງນ້ອງສາວໂປໂລໄດ້ຍິນເຖິງເລື່ອງການປອງຮ້າຍນີ້. ດັ່ງນັ້ນ ລາວຈຶ່ງໄປທີ່ຄ້າຍທະຫານ ແລະບອກໂປໂລ.
ແຕ່ມີຄົນມາບອກເພິ່ນ ເຖິງແຜນການປອງຮ້າຍຂອງພວກເຂົາ ຄົນເຫຼົ່ານີ້ເຝົ້າຍາມປະຕູເມືອງທັງເວັນທັງຄືນ ເພື່ອໝາຍຈະຂ້າໂຊໂລ.
ກະສັດໂຊນໄດ້ບອກໂຢນາທານລູກຊາຍຂອງຕົນ ແລະພວກຂ້າຣາຊການເຖິງແຜນການທີ່ຈະຂ້າດາວິດ. ແຕ່ໂຢນາທານຮັກດາວິດຫລາຍ
ສ່ວນຂ້ອຍຈະໄປຢືນຄຽງຂ້າງພໍ່ຂ້ອຍໃນທົ່ງນາບ່ອນທີ່ເຈົ້າລີ້ຢູ່ ແລະຂ້ອຍຈະເວົ້າກັບເພິ່ນເຖິງເຈົ້າ. ຖ້າຂ້ອຍຮູ້ເລື່ອງໃດແລ້ວ ຂ້ອຍຈະບອກໃຫ້ເຈົ້າຮູ້.”
ໂຢນາທານຕອບວ່າ, “ເຈົ້າຈະບໍ່ຕາຍດອກ ພໍ່ຂອງຂ້ອຍໄດ້ບອກໃຫ້ຂ້ອຍຮູ້ທຸກສິ່ງທີ່ເພິ່ນຈະເຮັດ ບໍ່ວ່າຈະເປັນສິ່ງສຳຄັນຫລືບໍ່ກໍຕາມ ເປັນຫຍັງເພິ່ນຈຶ່ງຈະປິດບັງເລື່ອງນີ້ຕໍ່ຂ້ອຍ ຄົງບໍ່ເປັນຢ່າງນັ້ນດອກ.”
ດາວິດບອກລາວວ່າ, “ມື້ອື່ນນີ້ເປັນວັນສະຫລອງເດືອນຂຶ້ນໃໝ່ ຂ້ອຍຕ້ອງຮັບປະທານອາຫານຮ່ວມໂຕະກັບກະສັດ, ແຕ່ຖ້າເຈົ້າເຫັນດີ ຂ້ອຍຈະໄປລີ້ຢູ່ໃນທົ່ງນາຈົນເຖິງຕອນຄໍ່າມື້ຮື.