19 ຕໍ່ມາ ມີຄົນມາບອກກະສັດໂຊນວ່າ ດາວິດຢູ່ທີ່ບ້ານນາໂຢດໃນເມືອງຣາມາ.
ຖ້າຜູ້ປົກຄອງເອົາໃຈໃສ່ຕໍ່ຄຳລາຍງານບໍ່ຈິງ, ຂ້າຣາຊການຂອງເພິ່ນທັງໝົດຈະເປັນຄົນຂີ້ຕົວະ.
ສ່ວນດາວິດນັ້ນ ໄດ້ໜີໄປຫາຊາມູເອນທີ່ເມືອງຣາມາ ແລະບອກທຸກສິ່ງທີ່ກະສັດໂຊນໄດ້ເຮັດຕໍ່ຕົນສູ່ຊາມູເອນຟັງ ແລ້ວຊາມູເອນກັບດາວິດຈຶ່ງໄປພັກຢູ່ບ້ານນາໂຢດ.
ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງຄົນອອກໄປຈັບລາວ. ເມື່ອໄປຮອດທີ່ນັ້ນພວກເຂົາໄດ້ເຫັນ ກຸ່ມຜູ້ທຳນວາຍພວມຟ້ອນ ແລະຮ້ອງໂຮ ຊຶ່ງມີຊາມູເອນເປັນຜູ້ນຳໜ້າ. ວິນຍານຂອງພຣະເຈົ້າໄດ້ເຂົ້າຄວບຄຸມທະຫານຂອງກະສັດໂຊນ ແລະພວກເຂົາກໍເຂົ້າຮ່ວມຟ້ອນນຳຄືກັນ.
ມີຊາວເມືອງຊີເຟບາງຄົນໄດ້ໄປຫາກະສັດໂຊນຢູ່ທີ່ເມືອງກີເບອາ ແລະບອກເພິ່ນວ່າ, “ດາວິດກຳລັງລີ້ຢູ່ໃນເຂດແດນຂອງພວກຂ້ານ້ອຍທີ່ໂຮເຣັດຕາມເທິງພູຮາກີລາ ທາງພາກໃຕ້ຂອງຖິ່ນແຫ້ງແລ້ງກັນດານຢູດາຍ.
ຄົນຊາວເມືອງຊີເຟໄດ້ມາຫາກະສັດໂຊນທີ່ເມືອງກີເບອາ ແລະບອກເພິ່ນວ່າ, “ດາວິດກຳລັງລີ້ຢູ່ທີ່ເທິງພູຮາກີລາ ທາງທິດຕາເວັນອອກຂອງເຢຊີໂມນ.”