18 ສ່ວນດາວິດນັ້ນ ໄດ້ໜີໄປຫາຊາມູເອນທີ່ເມືອງຣາມາ ແລະບອກທຸກສິ່ງທີ່ກະສັດໂຊນໄດ້ເຮັດຕໍ່ຕົນສູ່ຊາມູເອນຟັງ ແລ້ວຊາມູເອນກັບດາວິດຈຶ່ງໄປພັກຢູ່ບ້ານນາໂຢດ.
ເຖິງແມ່ນຂ້ານ້ອຍເຄີຍຢ້ານ ແລະເວົ້າວ່າ, “ບໍ່ມີຜູ້ໃດເປັນທີ່ໄວ້ວາງໃຈໄດ້ເລີຍ.”
ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາລະພາບຜິດຂອງຕົນຕໍ່ກັນແລະກັນ, ຈົ່ງພາວັນນາອະທິຖານເພື່ອກັນແລະກັນ, ເພື່ອເຈົ້າທັງຫລາຍຈະໄດ້ດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທຳມີຣິດສັກສິດເຮັດໃຫ້ເກີດຜົນ.
ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າພຣະເຈົ້າຢາເວແລ້ວ ພວກເຂົາກໍໄດ້ກັບຄືນເມືອເຮືອນຂອງພວກເຂົາທີ່ຣາມາ. ເອນການາໄດ້ສົມສູ່ກັບນາງຮັນນາເມຍຂອງຕົນ ແລະພຣະເຈົ້າຢາເວກໍໄດ້ຊົງລະນຶກເຖິງນາງ.
ແລ້ວຊາມູເອນກໍໄດ້ໄປທີ່ເມືອງຣາມາ ສ່ວນກະສັດໂຊນນັ້ນໄດ້ຄືນເມືອວັງຂອງເພິ່ນທີ່ເມືອງກີເບອາ.
ຕໍ່ມາ ມີຄົນມາບອກກະສັດໂຊນວ່າ ດາວິດຢູ່ທີ່ບ້ານນາໂຢດໃນເມືອງຣາມາ.
ແລ້ວເພິ່ນກໍອອກໄປທີ່ເມືອງຣາມາເອງ. ເມື່ອໄປຮອດນໍ້າສ້າງໃຫຍ່ທີ່ເສກູ ເພິ່ນຈຶ່ງຖາມຫາຊາມູເອນແລະດາວິດ ແລະເຂົາກໍບອກເພິ່ນວ່າທັງສອງຢູ່ທີ່ບ້ານນາໂຢດໃນຣາມາ.
ໃນຂະນະທີ່ເພິ່ນກຳລັງເດີນທາງໄປນັ້ນ ວິນຍານຂອງພຣະເຈົ້າເຂົ້າຄວບຄຸມເພິ່ນຄືກັນ. ເພິ່ນຈຶ່ງຟ້ອນແລະໂຮຮ້ອງໄປສຸດທາງຈົນເຖິງບ້ານນາໂຢດໃນຣາມາ.
ຕໍ່ມາ ດາວິດໄດ້ໜີໄປຈາກບ້ານນາໂຢດໃນເມືອງຣາມາ ໄປຫາໂຢນາທານແລະຖາມລາວວ່າ, “ຂ້ອຍໄດ້ເຮັດຜິດຫຍັງ ຂ້ອຍມີຄວາມຜິດຫຍັງ ຂ້ອຍໄດ້ເຮັດຊົ່ວອັນໃດແດ່ຕໍ່ພໍ່ຂອງເຈົ້າ ເພິ່ນຈຶ່ງຢາກຂ້າຂ້ອຍ?”
ບັນດາຂ້າຣາຊການຂອງເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ບໍ່ແມ່ນດາວິດຄົນນີ້ບໍ ທີ່ເປັນກະສັດຂອງປະເທດນັ້ນ ທີ່ພວກຜູ້ຍິງຟ້ອນລຳທຳເພງຮ້ອງຊົມເຊີຍວ່າ ‘ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.”’
ມາບັດນີ້ ຊາມູເອນກໍໄດ້ຕາຍໄປແລ້ວ ຊາວອິດສະຣາເອນທັງໝົດໄດ້ໄວ້ທຸກໃຫ້ເພິ່ນ ແລະຝັງຊາກສົບຂອງເພິ່ນໄວ້ທີ່ຣາມາ ບ້ານເມືອງຂອງເພິ່ນເອງ. ໃນສະໄໝນັ້ນ ກະສັດໂຊນໄດ້ຂັບໄລ່ພວກໝໍມໍ ແລະພວກໝໍຜີທັງຫຼາຍໃຫ້ອອກໄປຈາກອິດສະຣາເອນ.
ແລ້ວເພິ່ນກໍໄດ້ກັບຄືນເມືອເຮືອນຂອງເພິ່ນທີ່ເມືອງຣາມາ ບ່ອນທີ່ເພິ່ນຮັບໃຊ້ເປັນຜູ້ຕັດສິນຄວາມຄືກັນ. ຢູ່ໃນເມືອງຣາມານີ້ ເພິ່ນສ້າງແທ່ນບູຊາແທ່ນໜຶ່ງຂຶ້ນເພື່ອຖວາຍແກ່ພຣະເຈົ້າຢາເວ.