13 ແລ້ວນາງກໍເອົາຮູບເຄົາຣົບປະຈຳເຮືອນມາວາງໄວ້ເທິງຕຽງ ເອົາໝອນທີ່ເຮັດດ້ວຍຂົນແກະວາງໃສ່ເທິງຮູບນັ້ນ ແລະເອົາຜ້າຫົ່ມປົກໄວ້.
ລາບານອອກໄປຕັດຂົນແກະ ແລະໃນຂະນະທີ່ເພິ່ນບໍ່ຢູ່ນັ້ນ ນາງຣາເຊັນໄດ້ເຂົ້າໄປລັກເອົາຮູບເຄົາຣົບປະຈຳຄອບຄົວຂອງພໍ່ຕົນໄປນຳ.
ໃນລັກສະນະດຽວນີ້ແຫຼະ ປະຊາຊົນອິດສະຣາເອນຈະຢູ່ຢ່າງບໍ່ມີກະສັດ ຫລືຜູ້ນຳເປັນເວລານານ ແລະຈະບໍ່ມີເຄື່ອງເຜົາບູຊາ ຫລືຫີນສັກສິດ ບໍ່ມີຮູບເຄົາຣົບຫລືເທວະຮູບ ເພື່ອບອກເຖິງເລື່ອງອະນາຄົດ.
ສະນັ້ນ ມີກາຈຶ່ງມີບ່ອນຂາບໄຫວ້ສ່ວນຕົວ. ລາວຍັງໄດ້ເຮັດຮູບເຄົາຣົບບາງຮູບແລະເອໂຟດຜືນໜຶ່ງ ແລ້ວກໍແຕ່ງຕັ້ງໃຫ້ຜູ້ໜຶ່ງໃນພວກລູກຊາຍຂອງຕົນເປັນປະໂຣຫິດ.
ແລ້ວຊາຍທັງຫ້າທີ່ໄດ້ໄປສອດແນມເບິ່ງອ້ອມແອ້ມເມືອງລາອິດ ກໍໄດ້ບອກພັກພວກຂອງຕົນວ່າ, “ພວກເຈົ້າຮູ້ຈັກບໍໃນບ້ານນີ້ມີເຮືອນຫລັງໜຶ່ງ ທີ່ມີຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ. ນອກຈາກນີ້ຍັງມີຮູບເຄົາຣົບອື່ນໆ ແລະເອໂຟດຜືນໜຶ່ງອີກ. ພວກເຈົ້າຄິດວ່າພວກເຮົາຄວນຈະເຮັດຢ່າງໃດ?”
ໃນເວລາທີ່ປະໂຣຫິດກຳລັງຢູ່ທີ່ປະຕູບ້ານກັບທະຫານຫົກຮ້ອຍຄົນນັ້ນ; ສອດແນມຫ້າຄົນກໍໄດ້ເຂົ້າໄປໃນເຮືອນ ແລະຢຶດຮູບເຄົາຣົບເປັນໄມ້ເຄືອບດ້ວຍເງິນ, ຮູບເຄົາຣົບອື່ນໆ, ຕະຫລອດທັງເອໂຟດດ້ວຍ.
ພວກເຂົາຈຶ່ງເຂົ້າໄປແລະພົບຮູບເຄົາຣົບປະຈຳເຮືອນເທິງຕຽງນອນ ທັງມີໝອນທີ່ເຮັດດ້ວຍຂົນແກະວາງທີ່ເທິງຫົວຂອງຮູບເຄົາຣົບນັ້ນ.