Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:10 - ພຣະຄຳພີສັກສິ

10 ກະສັດ​ໂຊນ​ພະຍາຍາມ​ໃຊ້​ຫອກ​ແທງ​ດາວິດ​ຕິດ​ກັບ​ຝາ, ແຕ່​ດາວິດ​ຫລົບຫລີກ​ທັນ ຫອກ​ນັ້ນ​ຈຶ່ງ​ໄປ​ສຽບ​ກັບ​ຝາ. ແລ້ວ​ດາວິດ​ກໍ​ແລ່ນ​ໜີໄປ​ເພື່ອ​ເອົາ​ຊີວິດ​ລອດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 19:10
20 Jak'a apnaqawi uñst'ayäwi  

ພວກເຮົາ​ໜີໄປ​ໄດ້​ດັ່ງ​ນົກ​ໜີ​ຈາກ​ແຮ້ວ​ນາຍພານ. ແຮ້ວ​ຂາດ​ໄປ​ແລະ​ພວກເຮົາ​ກໍ​ເປັນ​ອິດສະຫລະ


ພຣະອົງ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ສັດຕູ​ທີ່​ມີ​ອຳນາດ​ຫລາຍ ທັງ​ແຂງແຮງ​ກວ່າ​ແລະ​ກຽດຊັງ​ຂ້ານ້ອຍ.


ຄົນ​ຊອບທຳ​ທົນທຸກ​ຕໍ່​ຄວາມ​ລຳບາກ​ນາໆ​ຊະນິດ ແຕ່​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານີ້.


ຄົນຊົ່ວຮ້າຍ​ຕັ້ງໜ້າ​ຊອມເບິ່ງ​ຄົນ​ຊອບທຳ ທັງ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ລາວ​ຖິ້ມ


ເພາະ​ຕີນ​ຂອງ​ພວກເຂົາ​ແລ່ນ​ໄປ​ຫາ​ຄວາມ​ຊົ່ວຮ້າຍ ແລະ​ຟ້າວຟັ່ງ​ເຮັດ​ໃຫ້​ເລືອດ​ຕົກ.


ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.


ແຕ່​ບໍ່ມີ​ອາວຸດ​ໃດໆ​ທີ່​ທຳຮ້າຍ​ເຈົ້າ​ໄດ້​ເລີຍ ເຈົ້າ​ຈະ​ມີ​ຄຳຕອບ​ແກ່​ທຸກຄົນ​ທີ່​ຟ້ອງ​ເຈົ້າ. ເຮົາ​ຈະ​ປ້ອງກັນ​ຜູ້ຮັບໃຊ້​ຂອງເຮົາ​ໃຫ້​ມີໄຊ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


“ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.


ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ແຕ່​ພຣະອົງ​ຍ່າງ​ຜ່ານ​ທ່າມກາງ​ປະຊາຊົນ​ໜີໄປ​ໄດ້.


ເຫດສະນັ້ນ ພວກເຂົາ​ໝາຍ​ທີ່​ຈະ​ຈັບ​ພຣະອົງ​ອີກ ແຕ່​ພຣະອົງ​ໜີ​ພົ້ນ​ຈາກ​ມື​ຂອງ​ພວກເຂົາ​ໄປ​ໄດ້.


ໄດ້​ມອດ​ໄຟ​ອັນ​ຮ້ອນກ້າ, ໄດ້​ພົ້ນ​ຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່ສູ້. ເຖິງ​ແມ່ນ​ວ່າ​ພວກເພິ່ນ​ອ່ອນແອ, ແຕ່​ພວກເພິ່ນ​ກໍ​ກັບ​ກາຍເປັນ​ຄົນ​ເຂັ້ມແຂງ, ມີ​ກຳລັງ​ຄວາມ​ສາມາດ​ອົງອາດ​ກ້າຫານ ແລະ​ໄດ້​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງ​ປະເທດ​ໃຫ້​ແຕກ​ໜີໄປ.


ວັນ​ຕໍ່ມາ ວິນຍານ​ຊົ່ວຮ້າຍ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສົ່ງ​ມາ ກໍ​ເຂົ້າ​ສິງ​ກະສັດ​ໂຊນ​ທັນທີ; ເພິ່ນ​ໄດ້​ເວົ້າ​ລະເມີ​ຢູ່​ໃນ​ເຮືອນ​ຂອງຕົນ​ດັ່ງ​ຄົນບ້າ. ສ່ວນ​ດາວິດ​ນັ້ນ​ດີດພິນ​ຢູ່​ດັ່ງ​ທີ່​ເຄີຍ​ເຮັດ​ມາ​ທຸກ​ວັນ ແລະ​ກະສັດ​ໂຊນ​ກໍ​ຖື​ຫອກ​ຢູ່​ໃນ​ມື.


ກະສັດ​ໂຊນ​ກ່າວ​ແກ່​ຕົນເອງ​ວ່າ, “ເຮົາ​ຈະ​ແທງ​ມັນ​ໃຫ້​ຕິດ​ກັບ​ຝາ.” ແລະ​ເພິ່ນ​ໄດ້​ຊັດ​ຫອກ​ໃສ່​ດາວິດ​ສອງ​ເທື່ອ, ແຕ່​ດາວິດ​ຫລົບ​ຫລີກ​ທັນ​ທຸກ​ເທື່ອ.


ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ໂຢນາທານ​ເວົ້າ​ດັ່ງນັ້ນ ເພິ່ນ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດຢູ່​ວ່າ ເພິ່ນ​ຈະ​ບໍ່​ຂ້າ​ດາວິດ.


ໃນທັນທີ​ນັ້ນ ກະສັດ​ໂຊນ​ເງືອດ​ຫອກ​ຂອງຕົນ​ອອກ​ໝາຍ​ຈະ​ຂ້າ​ໂຢນາທານ ແລະ​ໂຢນາທານ​ກໍ​ເຂົ້າໃຈ​ຄັກແນ່​ວ່າ ພໍ່​ຂອງຕົນ​ຕັ້ງໃຈ​ຈະ​ຂ້າ​ດາວິດ​ແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka