Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 19:1 - ພຣະຄຳພີສັກສິ

1 ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ

Uka jalj uñjjattʼäta Copia luraña




1 ຊາມູເອນ 19:1
10 Jak'a apnaqawi uñst'ayäwi  

ພວກ​ອ້າຍ​ຫລຽວເຫັນ​ໂຢເຊັບ​ແຕ່​ໄກໆ ແລະ​ກ່ອນ​ລາວ​ຈະ​ມາ​ຮອດ ພວກເຂົາ​ຈຶ່ງ​ພາກັນ​ວາງແຜນ​ເພື່ອ​ຈະ​ຂ້າ​ລາວ​ເສຍ.


ພວກເຂົາ​ນຳ​ເອົາ​ຫົວ​ອີຊະໂບເຊັດ​ມາ​ໃຫ້​ກະສັດ​ດາວິດ​ຢູ່​ໃນ​ເມືອງ​ເຮັບໂຣນ ແລະ​ເວົ້າ​ວ່າ, “ນີ້​ຄື​ຫົວ​ອີຊະໂບເຊັດ​ລູກຊາຍ​ຂອງ​ກະສັດ​ໂຊນ ສັດຕູ​ຜູ້​ທີ່​ພະຍາຍາມ​ຂ້າ​ທ່ານ. ວັນ​ນີ້ ພຣະເຈົ້າຢາເວ​ອະນຸຍາດ​ໃຫ້​ທ່ານ​ແກ້ແຄ້ນ​ໂຊນ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ແລ້ວ.”


ເມື່ອ​ກະສັດ​ໂຊນ​ແລະ​ດາວິດ​ໄດ້​ສົນທະນາກັນ​ຈົບ​ລົງ​ແລ້ວ ໂຢນາທານ​ລູກຊາຍ​ຂອງ​ໂຊນ​ກໍ​ເກີດ​ນິຍົມ​ຊົມຊອບ​ໃນ​ຕົວ​ຂອງ​ດາວິດ ແລະ​ຮັກ​ລາວ​ຫລາຍ​ເທົ່າ​ກັບ​ຮັກ​ຕົນເອງ.


ແລ້ວ​ກະສັດ​ໂຊນ​ກໍໄດ້​ສັ່ງ​ພວກເຂົາ​ໃຫ້​ໄປ​ບອກ​ດາວິດ​ວ່າ, “ກະສັດ​ຕ້ອງການ​ຄ່າ​ດອງ​ຈາກ​ເຈົ້າ​ພຽງແຕ່​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ຊາວ​ຟີລິດສະຕິນ​ໜຶ່ງຮ້ອຍ​ຄົນ​ເທົ່ານັ້ນ ເພື່ອ​ເປັນ​ການ​ລ້າງແຄ້ນ​ສັດຕູ​ຂອງ​ເພິ່ນ.” (ອັນນີ້​ຄື​ແຜນການ​ທີ່​ກະສັດ​ໂຊນ​ຢາກ​ໃຫ້​ດາວິດ​ຖືກ​ຂ້າ​ໂດຍ​ພວກ​ຟີລິດສະຕິນ.)


ແລ້ວ​ໂຢນາທານ​ກໍໄດ້​ສາບານ​ເປັນ​ເພື່ອນ​ທີ່ດີ​ກັບ​ດາວິດ​ຕະຫລອດໄປ ເພາະ​ເພິ່ນ​ຮັກ​ດາວິດ​ເໝືອນ​ຊີວິດ​ຈິດໃຈ​ຂອງ​ຕົນເອງ.


ກະສັດ​ໂຊນ​ບໍ່​ພໍໃຈ​ເມື່ອ​ໄດ້ຍິນ​ເພງ​ນີ້ ສະນັ້ນ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫລາຍ. ເພິ່ນ​ເວົ້າ​ວ່າ, “ສຳລັບ​ດາວິດ​ນັ້ນ ພວກເຂົາ​ອ້າງ​ວ່າ​ໄດ້​ຂ້າ​ຫລາຍ​ໝື່ນ​ຄົນ, ແຕ່​ສຳລັບ​ເຮົາ ພວກເຂົາ​ໄດ້​ອ້າງ​ວ່າ​ເຮົາ​ໄດ້​ຂ້າ​ຫລາຍ​ພັນ​ຄົນ​ເທົ່ານັ້ນ. ພວກເຂົາ​ຄົງ​ຈະ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຕໍ່ໄປ.”


ນັບ​ຕັ້ງແຕ່​ວັນ​ນັ້ນ​ມາ ເພິ່ນ​ກໍ​ເກີດ​ອິດສາ​ແລະ​ຈັບຕາ​ເບິ່ງ​ໃນ​ຕົວ​ດາວິດ.


ດັ່ງນັ້ນ ລາວ​ຈຶ່ງ​ໄປ​ບອກ​ດາວິດ​ວ່າ, “ພໍ່​ຂ້ອຍ​ພະຍາຍາມ​ຈະ​ຂ້າ​ເຈົ້າ. ໃນ​ມື້ອື່ນ ເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ໃຫ້​ເຈົ້າ​ໄປ​ລີ້​ຢູ່​ໃນ​ບ່ອນ​ຫຼົບຊ້ອນ​ແລະ​ຢູ່​ທີ່​ນັ້ນ.


ຕໍ່ມາ ດາວິດ​ໄດ້​ໜີໄປ​ຈາກ​ບ້ານ​ນາໂຢດ​ໃນ​ເມືອງ​ຣາມາ ໄປ​ຫາ​ໂຢນາທານ​ແລະ​ຖາມ​ລາວ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ ຂ້ອຍ​ມີ​ຄວາມຜິດ​ຫຍັງ ຂ້ອຍ​ໄດ້​ເຮັດ​ຊົ່ວ​ອັນໃດ​ແດ່​ຕໍ່​ພໍ່​ຂອງ​ເຈົ້າ ເພິ່ນ​ຈຶ່ງ​ຢາກ​ຂ້າ​ຂ້ອຍ?”


ໃນ​ມື້​ຕໍ່ໄປ ການ​ທີ່​ເຈົ້າ​ບໍ່ມີ​ໜ້າ​ໃນ​ທີ່ນັ້ນ​ອີກ ກໍ​ຍິ່ງ​ຈະ​ເປັນ​ການ​ຜິດສັງເກດ​ຕື່ມ. ສະນັ້ນ ເຈົ້າ​ຈົ່ງ​ໄປ​ລີ້​ຢູ່​ບ່ອນ​ທີ່​ເຈົ້າ​ໄດ້​ໄປ​ລີ້​ຢູ່​ແຕ່ກ່ອນ ແລະ​ໃຫ້​ລີ້​ຢູ່​ທາງຫລັງ​ຂອງ​ໂງ່ນຫີນ​ໃນ​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka