Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 18:9 - ພຣະຄຳພີສັກສິ

9 ນັບ​ຕັ້ງແຕ່​ວັນ​ນັ້ນ​ມາ ເພິ່ນ​ກໍ​ເກີດ​ອິດສາ​ແລະ​ຈັບຕາ​ເບິ່ງ​ໃນ​ຕົວ​ດາວິດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 18:9
11 Jak'a apnaqawi uñst'ayäwi  

ຢາໂຄບ​ເຫັນ​ໄດ້​ອີກ​ວ່າ ທ່າທີ​ຂອງ​ລາບານ​ທີ່​ມີ​ຕໍ່​ຕົນ​ນັ້ນ​ບໍ່​ດີ​ຄື​ແຕ່​ກ່ອນ.


ຄວາມ​ໂກດຮ້າຍ​ຄື​ການ​ຫ້ຽມໂຫດ​ແລະ​ການ​ທຳລາຍ, ແຕ່​ຄວາມ​ອິດສາ​ບໍ່ມີ​ຫຍັງ​ປຽບປານ​ເທົ່າ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້ອຍ​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງຂ້ອຍ​ບໍ່ແມ່ນ​ບໍ? ເປັນຫຍັງ​ຈຶ່ງ​ອິດສາ​ເມື່ອ​ເຫັນ​ຂ້ອຍ​ໃຈ​ດີ?”’


ການ​ຫລິ້ນຊູ້​ສູ່​ຜົວ​ເມຍ, ການ​ໂລບມາກ​ໂລພາ, ການ​ຊົ່ວ​ນາໆ​ປະການ​ເປັນຕົ້ນ: ການ​ຫລອກລວງ, ການ​ຫຍາບຊ້າ, ການ​ອິດສາ​ບັງບຽດ, ການ​ດູໝິ່ນ​ນິນທາ, ການ​ຈອງຫອງ​ພອງຕົວ ແລະ​ການ​ກະທຳ​ໃນ​ສິ່ງ​ທີ່​ໂງ່ຈ້າ,


ຢ່າ​ປ່ອຍ​ໂອກາດ​ໃຫ້​ມານ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.


ວັນ​ຕໍ່ມາ ວິນຍານ​ຊົ່ວຮ້າຍ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສົ່ງ​ມາ ກໍ​ເຂົ້າ​ສິງ​ກະສັດ​ໂຊນ​ທັນທີ; ເພິ່ນ​ໄດ້​ເວົ້າ​ລະເມີ​ຢູ່​ໃນ​ເຮືອນ​ຂອງຕົນ​ດັ່ງ​ຄົນບ້າ. ສ່ວນ​ດາວິດ​ນັ້ນ​ດີດພິນ​ຢູ່​ດັ່ງ​ທີ່​ເຄີຍ​ເຮັດ​ມາ​ທຸກ​ວັນ ແລະ​ກະສັດ​ໂຊນ​ກໍ​ຖື​ຫອກ​ຢູ່​ໃນ​ມື.


ກະສັດ​ໂຊນ​ບໍ່​ພໍໃຈ​ເມື່ອ​ໄດ້ຍິນ​ເພງ​ນີ້ ສະນັ້ນ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫລາຍ. ເພິ່ນ​ເວົ້າ​ວ່າ, “ສຳລັບ​ດາວິດ​ນັ້ນ ພວກເຂົາ​ອ້າງ​ວ່າ​ໄດ້​ຂ້າ​ຫລາຍ​ໝື່ນ​ຄົນ, ແຕ່​ສຳລັບ​ເຮົາ ພວກເຂົາ​ໄດ້​ອ້າງ​ວ່າ​ເຮົາ​ໄດ້​ຂ້າ​ຫລາຍ​ພັນ​ຄົນ​ເທົ່ານັ້ນ. ພວກເຂົາ​ຄົງ​ຈະ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຕໍ່ໄປ.”


ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka