Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 18:8 - ພຣະຄຳພີສັກສິ

8 ກະສັດ​ໂຊນ​ບໍ່​ພໍໃຈ​ເມື່ອ​ໄດ້ຍິນ​ເພງ​ນີ້ ສະນັ້ນ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫລາຍ. ເພິ່ນ​ເວົ້າ​ວ່າ, “ສຳລັບ​ດາວິດ​ນັ້ນ ພວກເຂົາ​ອ້າງ​ວ່າ​ໄດ້​ຂ້າ​ຫລາຍ​ໝື່ນ​ຄົນ, ແຕ່​ສຳລັບ​ເຮົາ ພວກເຂົາ​ໄດ້​ອ້າງ​ວ່າ​ເຮົາ​ໄດ້​ຂ້າ​ຫລາຍ​ພັນ​ຄົນ​ເທົ່ານັ້ນ. ພວກເຂົາ​ຄົງ​ຈະ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ຕໍ່ໄປ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 18:8
16 Jak'a apnaqawi uñst'ayäwi  

ພວກ​ອ້າຍ​ຈຶ່ງ​ອິດສາ​ໂຢເຊັບ​ຫລາຍ​ຂຶ້ນ ສ່ວນ​ຜູ້​ເປັນ​ພໍ່​ກໍໄດ້​ແຕ່​ຄຸ່ນ​ຄິດເຖິງ​ເລື່ອງ​ນັ້ນ.


ພວກ​ອ້າຍ​ຈຶ່ງ​ຖາມ​ລາວ​ວ່າ, “ເຈົ້າ​ຄິດ​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ພວກເຮົາ​ຊັ້ນບໍ?” ດັ່ງນັ້ນ ພວກ​ອ້າຍ​ຈຶ່ງ​ພາກັນ​ກຽດຊັງ​ລາວ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ຄວາມຝັນ​ທີ່​ລາວ​ໄດ້​ເລົ່າ​ມາ​ນັ້ນ.


ກະສັດ​ຖາມ​ຄືນ​ວ່າ, “ເປັນຫຍັງ​ແມ່​ຈຶ່ງ​ຂໍຮ້ອງ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ລາວ​ເທົ່ານັ້ນ? ເປັນຫຍັງ​ແມ່​ບໍ່​ຂໍ​ໃຫ້​ລູກ​ຍົກ​ບັນລັງ​ໃຫ້​ລາວ. ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ ແລະ​ປະໂຣຫິດ​ອາບີອາທາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ກໍ​ຢູ່​ຝ່າຍ​ລາວ”


ເມື່ອ​ຮາມານ​ຮູ້​ວ່າ​ມໍເດໄກ​ບໍ່​ຄຸເຂົ່າ​ກົ້ມຂາບ​ຕົນ ລາວ​ກໍ​ໂກດຮ້າຍ​ຫຼາຍ


ຄຳ​ຫຍາບຊ້າ​ສ້າງ​ແຕ່​ເລື່ອງ​ເດືອດຮ້ອນ​ເກາະ​ຜິດ. ການ​ຍອມ​ຟັງ​ຄວາມ​ຄິດ​ເຫັນ ພາ​ໃຫ້​ຕົນ​ເປັນ​ຄົນສະຫລາດ.


ຄວາມ​ໂກດຮ້າຍ​ຄື​ການ​ຫ້ຽມໂຫດ​ແລະ​ການ​ທຳລາຍ, ແຕ່​ຄວາມ​ອິດສາ​ບໍ່ມີ​ຫຍັງ​ປຽບປານ​ເທົ່າ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.


ບາລາອາມ​ໄດ້ກ່າວ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ສາ​ແລ້ວ ເພາະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຢືນ​ຂວາງ​ທາງ​ໄວ້, ແຕ່ບັດນີ້​ຖ້າ​ຫາກ​ທ່ານ​ເຫັນ​ວ່າ ການ​ໄປ​ຂອງ​ຂ້ານ້ອຍ​ນັ້ນ​ບໍ່​ເປັນ​ການ​ສົມຄວນ ຂ້ານ້ອຍ​ກໍ​ຈະ​ກັບຄືນ​ເມືອ.”


ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”


ແຕ່​ບັດນີ້ ການປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ຍືນຍົງ​ຕໍ່ໄປ ເພາະ​ເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ຈະ​ຊອກ​ຫາ​ຊາຍ​ຄົນ​ໜຶ່ງ​ຕາມ​ທີ່​ພຣະອົງ​ປະສົງ ແລະ​ພຣະເຈົ້າຢາເວ​ຈະ​ແຕ່ງຕັ້ງ​ລາວ ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”


ຊາມູເອນ​ກ່າວ​ແກ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ຈີກ​ອານາຈັກ​ອິດສະຣາເອນ​ອອກ​ຈາກ​ເຈົ້າ​ໃນ​ມື້ນີ້ ແລະ​ພຣະອົງ​ຈະ​ມອບ​ໃຫ້​ແກ່​ຄົນອື່ນ​ທີ່​ດີກວ່າ​ເຈົ້າ.


ຊາມູເອນ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ດາວິດ​ຕໍ່ໜ້າ​ພວກອ້າຍໆ​ຂອງ​ລາວ. ໃນ​ທັນໃດນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍ​ຄວບຄຸມ​ດາວິດ ແລະ​ສະຖິດ​ຢູ່​ກັບ​ລາວ​ນັບ​ຕັ້ງແຕ່​ມື້​ນັ້ນ​ມາ ຊາມູເອນ​ກໍ​ກັບຄືນ​ເມືອ​ບ້ານເມືອງ​ຂອງ​ຕົນ​ທີ່​ຣາມາ.


ນັບ​ຕັ້ງແຕ່​ວັນ​ນັ້ນ​ມາ ເພິ່ນ​ກໍ​ເກີດ​ອິດສາ​ແລະ​ຈັບຕາ​ເບິ່ງ​ໃນ​ຕົວ​ດາວິດ.


ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ


ເຈົ້າ​ຮູ້​ຫຼື​ບໍ່​ວ່າ​ຕາບໃດ​ທີ່​ດາວິດ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ຈະ​ບໍ່ໄດ້​ເປັນ​ກະສັດ​ຂອງ​ອານາຈັກ​ນີ້​ຈັກເທື່ອ. ຈົ່ງ​ໄປ​ນຳ​ຕົວ​ມັນ​ມາ​ດຽວ​ນີ້ ມັນ​ສົມຄວນ​ຈະ​ຕາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka