7 ໃນການສະເຫລີມສະຫລອງຄັ້ງນີ້ ພວກຜູ້ຍິງໄດ້ຮ້ອງເພງວ່າ, “ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດນັ້ນໄດ້ຂ້າສັດຕູຫລາຍໝື່ນຄົນ.”
ພວກເຂົາຕອບວ່າ, “ທ່ານບໍ່ຄວນໄປກັບພວກຂ້ານ້ອຍ ຖ້າພວກຂ້ານ້ອຍລ້າຖອຍຫລືຖືກຂ້າເສຍເຄິ່ງໜຶ່ງ ກໍບໍ່ສຳຄັນຫຍັງສຳລັບພວກສັດຕູ; ແຕ່ທ່ານເອງມີຄ່າກວ່າຄົນດັ່ງພວກຂ້ານ້ອຍຕັ້ງໝື່ນຄົນ. ຄົງເປັນການດີກວ່າທີ່ທ່ານຢູ່ໃນເມືອງນີ້ ແລະຈັດສົ່ງກອງໜູນອອກໄປຊ່ວຍ.”
ກະສັດດາວິດເປັນລູກຊາຍຂອງເຢຊີ. ເພິ່ນເປັນຜູ້ທີ່ພຣະເຈົ້າໄດ້ສ້າງຂຶ້ນໃຫ້ເປັນຜູ້ຍິ່ງໃຫຍ່ ເປັນຜູ້ທີ່ພຣະເຈົ້າຂອງຢາໂຄບເຈີມຕັ້ງໃຫ້ເປັນກະສັດ ແລະໃຫ້ປະພັນເພງອັນອອນຊອນສຳລັບຊາດອິດສະຣາເອນ. ຕໍ່ໄປນີ້ແມ່ນຖ້ອຍຄຳຄັ້ງສຸດທ້າຍຂອງກະສັດດາວິດ:
ກະສັດດາວິດກັບຊາວອິດສະຣາເອນທຸກຄົນຕ່າງກໍຟ້ອນ ແລະຮ້ອງລຳທຳເພງດ້ວຍສຸດໃຈ ຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາດີດພິນ, ຕີກອງ, ສັ່ນກະລໍ ແລະຕົບແສ່ງໄປນຳພ້ອມ.
ນາງຮ້ອງເພງຊໍ້າໄປຊໍ້າມາວ່າ, “ຈົ່ງຍ້ອງຍໍສັນລະສັນພຣະເຈົ້າຢາເວດ້ວຍການຮ້ອງລຳທຳເພງ ເພາະໄຊຊະນະຂອງພຣະອົງ ຊ່າລືໄປທົ່ວໂລກ. ພຣະອົງໄດ້ໂຍນຝູງມ້າ ແລະທະຫານທັງຫລາຍ ໃຫ້ມໍຣະນາໃນທ້ອງທະເລອັນກວ້າງໃຫຍ່.”
ບັນດາຂ້າຣາຊການຂອງເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ບໍ່ແມ່ນດາວິດຄົນນີ້ບໍ ທີ່ເປັນກະສັດຂອງປະເທດນັ້ນ ທີ່ພວກຜູ້ຍິງຟ້ອນລຳທຳເພງຮ້ອງຊົມເຊີຍວ່າ ‘ໂຊນໄດ້ຂ້າສັດຕູຫລາຍພັນຄົນ, ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.”’
ດາວິດຮູ້ສຶກເຖິງອັນຕະລາຍຂອງຄຳເວົ້າເຫຼົ່ານີ້ ແລະລາວກໍຢ້ານກົວເຈົ້າອາກີເຊທີ່ສຸດ.
ບໍ່ແມ່ນດາວິດຄົນນີ້ບໍ ທີ່ພວກຜູ້ຍິງໄດ້ຮ້ອງເພງຊົມເຊີຍ ຕອນທີ່ພວກເຂົາຟ້ອນລຳທຳເພງນັ້ນວ່າ, ‘ໂຊນໄດ້ຂ້າຫລາຍພັນຄົນ ແຕ່ດາວິດໄດ້ຂ້າຫລາຍໝື່ນຄົນ.”’