Biblia Todo Logo
Internet tuqin Biblia
- Anuncios ukanaka -




1 ຊາມູເອນ 18:5 - ພຣະຄຳພີສັກສິ

5 ດາວິດ​ໄດ້​ອອກ​ໄປ​ເຮັດ​ວຽກ​ດ້ວຍ​ຄວາມ​ສະຫຼຽວ​ສະຫຼາດ​ແລະ​ສຳເລັດ​ໜ້າທີ່​ທຸກຢ່າງ ຕາມ​ທີ່​ກະສັດ​ໂຊນ​ໄດ້​ສັ່ງ. ດັ່ງນັ້ນ ເພິ່ນ​ຈຶ່ງ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ເພິ່ນ. ເລື່ອງ​ນີ້​ໄດ້​ສ້າງ​ຄວາມ​ພໍໃຈ​ແກ່​ບັນດາ​ນາຍ​ທະຫານ ແລະ​ພົນທະຫານ​ທຸກຄົນ​ຂອງ​ໂຊນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 18:5
20 Jak'a apnaqawi uñst'ayäwi  

ຫົວໜ້າ​ຜູ້ຄຸມຄຸກ​ບໍ່ໄດ້​ກວດກາ​ສິ່ງ​ໃດໆ​ທີ່​ໂຢເຊັບ​ຮັບຜິດຊອບ ຍ້ອນ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ ແລະ​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຈະເລີນ.


ເພິ່ນ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ​ຕະຫລອດ​ມາ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ສະຖິດ​ຢູ່​ກັບ​ເພິ່ນ.


ໃນ​ອະດີດ​ເມື່ອ​ກະສັດ​ໂຊນ​ຍັງ​ເປັນ​ກະສັດ​ຢູ່​ນັ້ນ ທ່ານ​ເອງ​ກໍໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ​ອອກ​ສູ່​ສະໜາມຮົບ ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ທ່ານ​ວ່າ, ‘ທ່ານ​ຈະ​ເປັນ​ຜູ້ນຳ ແລະ​ຜູ້ປົກຄອງ​ປະຊາຊົນ​ຂອງ​ພຣະອົງ.”’


ພຣະເຈົ້າຢາເວ​ໄດ້​ອວຍພອນ​ກະສັດ​ເຢໂຮຊາຟັດ ເພາະ​ເພິ່ນ​ໄດ້​ເຮັດ​ຕາມ​ແຕ່​ຕອນ​ຕົ້ນ​ແບບຢ່າງ​ຂອງ​ພໍ່​ເພິ່ນ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ໃຫຍ່​ຢູ່​ໃກ້​ລຳນໍ້າ ຊຶ່ງ​ເກີດ​ໝາກ​ຕາມ​ລະດູການ ແລະ​ໃບ​ກໍ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ. ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ຈະເລີນ​ຮຸ່ງເຮືອງ​ຂື້ນ.


ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ໂດຍ​ບໍ່ມີ​ຄວາມຜິດ ເມື່ອໃດ​ເດ​ພຣະອົງ​ຈະ​ມາ​ພົບ? ຢູ່​ໃນ​ເຮືອນ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຢູ່​ຢ່າງ​ບໍຣິສຸດ ຈະ​ບໍ່​ໂຍະຍານ​ໃຫ້​ເລີຍ​ກັບ​ຄວາມ​ຊົ່ວຊ້າ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ແລະ​ຊ່ວຍ​ເພິ່ນ​ໃຫ້​ຜ່ານ​ພົ້ນ​ຄວາມ​ຍາກ​ລຳບາກ​ທັງ​ສິ້ນ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ເປັນ​ທີ່​ພໍໃຈ ແລະ​ມີ​ສະຕິປັນຍາ ເມື່ອ​ໂຢເຊັບ​ໄດ້​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກະສັດ​ໄດ້​ແຕ່ງຕັ້ງ​ໂຢເຊັບ ໃຫ້​ເປັນ​ຜູ້​ປົກຄອງ​ເອຢິບ​ຕະຫລອດ​ທັງ​ວັງ​ຂອງ​ເພິ່ນ​ດ້ວຍ.


ສະນັ້ນ ຢ່າ​ສູ່​ເປັນ​ຄົນໂງ່ຈ້າ ແຕ່​ຈົ່ງ​ຊອກ​ຮູ້​ວ່າ ສິ່ງໃດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຢາກ​ໃຫ້​ພວກເຈົ້າ​ເຮັດ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.


ຕະຫລອດ​ຊົ່ວຊີວິດ​ຂອງ​ກະສັດ​ໂຊນ ເພິ່ນ​ໄດ້​ຕໍ່ສູ້​ພວກ​ຟີລິດສະຕິນ​ຢ່າງ​ດຸເດືອດ. ເມື່ອ​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ແຂງແຮງ ແລະ​ກ້າຫານ​ດີ ເພິ່ນ​ກໍ​ເອົາ​ເຂົ້າ​ມາ​ຮັບໃຊ້​ໃນ​ກອງທັບ​ຂອງ​ເພິ່ນ.


ແຕ່​ທຸກໆຄົນ​ໃນ​ຊາດ​ອິດສະຣາເອນ ແລະ​ຢູດາ​ຕ່າງ​ກໍ​ຮັກ​ດາວິດ ເພາະ​ລາວ​ເປັນ​ຜູ້ນຳ​ທີ່​ເຮັດ​ສຳເລັດ​ໜ້າທີ່​ທຸກຢ່າງ.


ພວກ​ຟີລິດສະຕິນ​ໄດ້​ຍົກທັບ​ມາ​ຕໍ່ສູ້ ແຕ່​ໃນ​ການ​ສູ້ຮົບ​ທຸກ​ເທື່ອ ດາວິດ​ຕີ​ຊະນະ​ຂ້າເສິກ​ໄດ້​ຢ່າງ​ມີ​ປະສິດ​ທິພາບ​ຫລາຍກວ່າ​ນາຍ​ທະຫານ​ຄົນອື່ນໆ​ຂອງ​ກະສັດ​ໂຊນ. ຜົນ​ກໍ​ຄື​ດາວິດ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ຫລາຍ.


ລາວ​ໄດ້​ແກ້​ເສື້ອ​ຊັ້ນນອກ​ທີ່​ຕົນ​ນຸ່ງ​ມອບ​ໃຫ້​ດາວິດ ພ້ອມ​ທັງ​ເຄື່ອງຮົບ​ເຊັ່ນ: ດາບ, ຄັນທະນູ ແລະ​ສາຍແອວ.


ຫລັງຈາກ​ທີ່​ດາວິດ​ໄດ້​ຂ້າ​ໂກລີອາດ ແລະ​ຄືນ​ມາ​ພ້ອມ​ພວກ​ທະຫານ​ແລ້ວ, ບັນດາ​ຜູ້ຍິງ​ຈາກ​ຫລາຍ​ເມືອງ​ໃນ​ຊາດ​ອິດສະຣາເອນ​ກໍໄດ້​ເຂົ້າ​ມາ​ຫາ​ກະສັດ​ໂຊນ. ພວກເຂົາ​ໄດ້​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ທັງ​ຕີ​ກອງ, ດີດພິນ ແລະ​ຟ້ອນລຳ.


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka