4 ລາວໄດ້ແກ້ເສື້ອຊັ້ນນອກທີ່ຕົນນຸ່ງມອບໃຫ້ດາວິດ ພ້ອມທັງເຄື່ອງຮົບເຊັ່ນ: ດາບ, ຄັນທະນູ ແລະສາຍແອວ.
ແລ້ວກະສັດກໍຖອດແຫວນແຫ່ງອຳນາດອອກຈາກນິ້ວມືຂອງຕົນ ແລະສຸບໃສ່ນິ້ວມືຂອງໂຢເຊັບ. ເພິ່ນເອົາເສື້ອໂຕງາມທີ່ສຸດໃຫ້ໂຢເຊັບນຸ່ງ ແລະເອົາສາຍສ້ອຍຄຳຄ້ອງຄໍໃຫ້.
ຄັນທະນູຂອງໂຢນາທານນັ້ນ ຊ່າງໜ້າຮ້າຍກາດເຫລືອຫລາຍ ດາບຂອງກະສັດໂຊນບໍ່ເມດຕາຜູ້ໃດ ໃຊ້ແທງສັດຕູຜູ້ເກັ່ງກ້າໃຫ້ຕາຍໄດ້.
ຂ້ານ້ອຍຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍຈະຊື່ນບານໃນພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເອົາເສື້ອຜ້າແຫ່ງຄວາມພົ້ນມາໃຫ້ນຸ່ງ ພຣະອົງໄດ້ເອົາເສື້ອແຫ່ງຄວາມຊອບທຳໃຫ້ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງເຈົ້າບ່າວຕົບແຕ່ງຕົວຄືປະໂຣຫິດ ແລະເໝືອນດັ່ງເຈົ້າສາວປະດັບຕົວດ້ວຍເພັດພອຍ.
ທັງມີສາຍຮັດແອວແລະຜ້າຄຽນຫົວແບບແປກໆດ້ວຍ.
ແຕ່ຜູ້ເປັນພໍ່ເອີ້ນບັນດາຄົນຮັບໃຊ້ຂອງຕົນມາ ເພິ່ນເວົ້າວ່າ, ‘ໄວໆ ຟ້າວເອົາເຄື່ອງຢ່າງດີທີ່ສຸດມາໃຫ້ລູກຂອງເຮົານຸ່ງ ຈົ່ງເອົາແຫວນມາສວມໃສ່ນິ້ວມື ແລະສຸບເກີບໃສ່ຕີນໃຫ້ລູກຂອງເຮົາ.
ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ.
ກະສັດໂຊນໄດ້ເອົາເຄື່ອງຮົບຂອງເພິ່ນໃຫ້ດາວິດສວມໃສ່ ເຊັ່ນວ່າ: ໝວກເປັນທອງສຳຣິດ ຊຶ່ງເພິ່ນສຸບໃສ່ຫົວຂອງດາວິດ ແລະເອົາເສື້ອຫຸ້ມເກາະໃຫ້ລາວນຸ່ງ.
ດາວິດໄດ້ອອກໄປເຮັດວຽກດ້ວຍຄວາມສະຫຼຽວສະຫຼາດແລະສຳເລັດໜ້າທີ່ທຸກຢ່າງ ຕາມທີ່ກະສັດໂຊນໄດ້ສັ່ງ. ດັ່ງນັ້ນ ເພິ່ນຈຶ່ງແຕ່ງຕັ້ງລາວໃຫ້ເປັນນາຍທະຫານໃນກອງທັບຂອງເພິ່ນ. ເລື່ອງນີ້ໄດ້ສ້າງຄວາມພໍໃຈແກ່ບັນດານາຍທະຫານ ແລະພົນທະຫານທຸກຄົນຂອງໂຊນ.