Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 18:3 - ພຣະຄຳພີສັກສິ

3 ແລ້ວ​ໂຢນາທານ​ກໍໄດ້​ສາບານ​ເປັນ​ເພື່ອນ​ທີ່ດີ​ກັບ​ດາວິດ​ຕະຫລອດໄປ ເພາະ​ເພິ່ນ​ຮັກ​ດາວິດ​ເໝືອນ​ຊີວິດ​ຈິດໃຈ​ຂອງ​ຕົນເອງ.

Uka jalj uñjjattʼäta Copia luraña




1 ຊາມູເອນ 18:3
9 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ໄດ້​ໄວ້​ຊີວິດ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ແລະ​ຫລານຊາຍ​ຂອງ​ໂຊນ ກໍ​ຍ້ອນ​ຄຳສາບານ​ແຫ່ງ​ພຣະເຈົ້າຢາເວ​ລະຫວ່າງ​ດາວິດ​ກັບ​ໂຢນາທານ​ລູກຊາຍ​ຂອງໂຊນ.


ເພື່ອນ​ບາງຄົນ​ນຳ​ຄວາມ​ຈິບຫາຍ​ມາ​ໃຫ້, ແຕ່​ໝູ່ເພື່ອນ​ບາງຄົນ​ສັດຊື່​ກວ່າ​ອ້າຍ​ເອື້ອຍ​ນ້ອງ.


ກະສັດ​ໂຊນ​ໄດ້​ບອກ​ໂຢນາທານ​ລູກຊາຍ​ຂອງຕົນ ແລະ​ພວກ​ຂ້າຣາຊການ​ເຖິງ​ແຜນການ​ທີ່​ຈະ​ຂ້າ​ດາວິດ. ແຕ່​ໂຢນາທານ​ຮັກ​ດາວິດ​ຫລາຍ


ຫລັງຈາກ​ເດັກນ້ອຍ​ກັບ​ເມືອ​ແລ້ວ ດາວິດ​ໄດ້​ອອກ​ມາ​ຈາກ​ດ້ານຫລັງ​ຂອງ​ໂງ່ນຫີນ ກົ້ມ​ຂາບລົງ​ຕໍ່ໜ້າ​ໂຢນາທານ​ສາມ​ເທື່ອ. ດາວິດ​ກັບ​ໂຢນາທານ​ກອດ​ກັນ​ຮ້ອງໄຫ້. ດາວິດ​ໂສກເສົ້າ​ເສຍໃຈ​ຫລາຍກວ່າ​ໂຢນາທານ.


ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ​ດ້ວຍ​ຄວາມ​ສະຫງົບສຸກ ຕາມທີ່​ເຮົາ​ທັງສອງ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ, ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ເຈົ້າ​ກັບ​ຂ້ອຍ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງຂ້ອຍ​ເປັນ​ມິດ​ຕໍ່ກັນ​ຕະຫລອດໄປ​ຢ່າງ​ແນ່ນອນ.” ແລ້ວ​ດາວິດ​ກໍ​ຈາກ​ໄປ ແລະ​ໂຢນາທານ​ໄດ້​ກັບເມືອ​ໃນເມືອງ.


ດ້ວຍເຫດ​ນັ້ນ​ບໍ ພວກເຈົ້າ​ຈຶ່ງ​ພວມ​ກະບົດ​ຕໍ່​ເຮົາ? ໃນ​ພວກເຈົ້າ​ບໍ່ມີ​ຜູ້ໃດ​ເລີຍ​ບອກ​ເຮົາ​ວ່າ ລູກຊາຍ​ຂອງເຮົາ​ເອງ​ໄດ້​ເຮັດ​ສັນຍາ​ມິດຕະພາບ​ກັບ​ດາວິດ. ບໍ່ມີ​ຜູ້ໃດ​ເລີຍ​ສົນໃຈ​ບອກ​ເຮົາ​ວ່າ ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ເອງ​ກຳລັງ​ຊອກ​ຫາ​ຊ່ອງທາງ​ທີ່​ຈະ​ຂ້າ​ເຮົາ ແລະ​ລູກຊາຍ​ຂອງເຮົາ​ເອງ​ເປັນ​ຜູ້​ໃຫ້​ກຳລັງໃຈ ແລະ​ສະໜັບ​ສະໜູນ​ລາວ.”


ທັງສອງ​ໄດ້​ເຮັດ​ພັນທະສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ດາວິດ​ຍັງ​ອາໄສ​ຢູ່​ທີ່​ໂຮເຣັດ ສ່ວນ​ໂຢນາທານ​ນັ້ນ​ໄດ້​ຄືນ​ເມືອ​ເຮືອນ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka