16 ແຕ່ທຸກໆຄົນໃນຊາດອິດສະຣາເອນ ແລະຢູດາຕ່າງກໍຮັກດາວິດ ເພາະລາວເປັນຜູ້ນຳທີ່ເຮັດສຳເລັດໜ້າທີ່ທຸກຢ່າງ.
ໃນອະດີດເມື່ອກະສັດໂຊນຍັງເປັນກະສັດຢູ່ນັ້ນ ທ່ານເອງກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ່ສະໜາມຮົບ ແລະພຣະເຈົ້າຢາເວໄດ້ກ່າວກັບທ່ານວ່າ, ‘ທ່ານຈະເປັນຜູ້ນຳ ແລະຜູ້ປົກຄອງປະຊາຊົນຂອງພຣະອົງ.”’
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດສືບແທນພໍ່ຂອງຂ້ານ້ອຍຄືດາວິດ ເຖິງແມ່ນວ່າຂ້ານ້ອຍຍັງໜຸ່ມ ແລະບໍ່ຮູ້ຈັກວ່າຈະປົກຄອງຢ່າງໃດ.
ມໍເດໄກ ຄົນຢິວຜູ້ນີ້ ແມ່ນຜູ້ດຽວເທົ່ານັ້ນ ທີ່ໄດ້ຮັບຕຳແໜ່ງເປັນຜູ້ຮອງຈາກກະສັດເຊເຊັດ. ເພິ່ນໄດ້ຮັບການຍ້ອງຍໍໃຫ້ກຽດ ແລະເປັນທີ່ພໍໃຈຂອງພີ່ນ້ອງຊາວຢິວ. ເພິ່ນເຮັດວຽກເພື່ອຜົນປະໂຫຍດຂອງຊົນຊາດຂອງເພິ່ນ ແລະເພື່ອຄວາມປອດໄພຂອງລູກຫລານເຊັ່ນຕໍ່ມາທັງໝົດຂອງເພິ່ນ.
ແລະສາມາດບັນຊາພວກເຂົາເຂົ້າສູ້ຮົບໄດ້ ເພື່ອວ່າປະຊາຊົນຂອງພຣະເຈົ້າຢາເວຈະບໍ່ເປັນດັ່ງຝູງແກະທີ່ຂາດຜູ້ລ້ຽງ.”
ແຕ່ພວກເຂົາບໍ່ເຫັນຊ່ອງທາງທີ່ຈະເຮັດໄດ້ ເພາະປະຊາຊົນທັງຫລາຍໄດ້ຕິດພັນ ແລະຕັ້ງໃຈຟັງຄຳສັ່ງສອນຂອງພຣະອົງ.
ຝ່າຍພວກທຳມະຈານ ແລະ ພວກຫົວໜ້າປະໂຣຫິດຮູ້ຢູ່ວ່າ, ພຣະອົງຊົງກ່າວຄຳອຸປະມານີ້ຕໍ່ສູ້ພວກເຂົາ ພວກເຂົາຈຶ່ງວາງແຜນຈັບພຣະອົງ ແຕ່ພວກເຂົາຢ້ານປະຊາຊົນ.
ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງດາວິດໜີ ໂດຍແຕ່ງຕັ້ງລາວໃຫ້ເປັນຜູ້ບັນຊາການທະຫານໜຶ່ງພັນຄົນ. ດາວິດໄດ້ນຳໜ້າທະຫານຂອງຕົນອອກໄປສູ່ສະໜາມຮົບ.
ກະສັດໂຊນສັງເກດເຫັນດາວິດເຮັດສຳເລັດໜ້າທີ່ທຸກຢ່າງ ເພິ່ນກໍເກີດຢ້ານກົວລາວຫລາຍຂຶ້ນ.
ດາວິດໄດ້ອອກໄປເຮັດວຽກດ້ວຍຄວາມສະຫຼຽວສະຫຼາດແລະສຳເລັດໜ້າທີ່ທຸກຢ່າງ ຕາມທີ່ກະສັດໂຊນໄດ້ສັ່ງ. ດັ່ງນັ້ນ ເພິ່ນຈຶ່ງແຕ່ງຕັ້ງລາວໃຫ້ເປັນນາຍທະຫານໃນກອງທັບຂອງເພິ່ນ. ເລື່ອງນີ້ໄດ້ສ້າງຄວາມພໍໃຈແກ່ບັນດານາຍທະຫານ ແລະພົນທະຫານທຸກຄົນຂອງໂຊນ.