13 ດັ່ງນັ້ນ ກະສັດໂຊນຈຶ່ງສົ່ງດາວິດໜີ ໂດຍແຕ່ງຕັ້ງລາວໃຫ້ເປັນຜູ້ບັນຊາການທະຫານໜຶ່ງພັນຄົນ. ດາວິດໄດ້ນຳໜ້າທະຫານຂອງຕົນອອກໄປສູ່ສະໜາມຮົບ.
ໃນອະດີດເມື່ອກະສັດໂຊນຍັງເປັນກະສັດຢູ່ນັ້ນ ທ່ານເອງກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ່ສະໜາມຮົບ ແລະພຣະເຈົ້າຢາເວໄດ້ກ່າວກັບທ່ານວ່າ, ‘ທ່ານຈະເປັນຜູ້ນຳ ແລະຜູ້ປົກຄອງປະຊາຊົນຂອງພຣະອົງ.”’
ພຣະເຈົ້າຢາເວຈະປົກປ້ອງຄຸ້ມຄອງເຈົ້າໃນການໄປມາຂອງເຈົ້າ ຕັ້ງແຕ່ບັດນີ້ ແລະສືບໆໄປເປັນນິດ.
ແລ້ວກະສັດໂຊນກໍໄດ້ສັ່ງພວກເຂົາໃຫ້ໄປບອກດາວິດວ່າ, “ກະສັດຕ້ອງການຄ່າດອງຈາກເຈົ້າພຽງແຕ່ໜັງຫຸ້ມປາຍອະໄວຍະວະລັບຂອງຊາວຟີລິດສະຕິນໜຶ່ງຮ້ອຍຄົນເທົ່ານັ້ນ ເພື່ອເປັນການລ້າງແຄ້ນສັດຕູຂອງເພິ່ນ.” (ອັນນີ້ຄືແຜນການທີ່ກະສັດໂຊນຢາກໃຫ້ດາວິດຖືກຂ້າໂດຍພວກຟີລິດສະຕິນ.)
ກະສັດໂຊນຈຶ່ງຖາມບັນດານາຍທະຫານວ່າ, “ຊາວເບັນຢາມິນເອີຍ ຈົ່ງຟັງເທີ້ນ ພວກເຈົ້າຄິດວ່າດາວິດຈະເອົານາກັບສວນອະງຸ່ນໃຫ້ພວກເຈົ້າທຸກຄົນຊັ້ນບໍ? ລາວຈະໃຫ້ພວກເຈົ້າເປັນນາຍທະຫານໃນກອງທັບຂອງລາວຊັ້ນບໍ?
ເພິ່ນຈະແຕ່ງຕັ້ງເຂົາບາງຄົນໃຫ້ເປັນນາຍພັນ ແລະໃຫ້ບາງຄົນເປັນນາຍຮ້ອຍ. ລູກຊາຍຂອງພວກເຈົ້າຈະຕ້ອງໄຖນາແລະກ່ຽວເຂົ້າໃຫ້ເພິ່ນ ແລະເຮັດອາວຸດແລະເຄື່ອງຮົບປະຈຳລົດຮົບໃຫ້ເພິ່ນ.