Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 18:12 - ພຣະຄຳພີສັກສິ

12 ກະສັດ​ໂຊນ​ເກີດ​ຢ້ານກົວ​ດາວິດ​ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ, ແຕ່​ພຣະອົງ​ໄດ້​ປະຖິ້ມ​ເພິ່ນ​ແລ້ວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 18:12
23 Jak'a apnaqawi uñst'ayäwi  

ເພິ່ນ​ມີ​ອຳນາດ​ເຂັ້ມແຂງ​ຂຶ້ນ​ຕະຫລອດ​ມາ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ສະຖິດ​ຢູ່​ກັບ​ເພິ່ນ.


ພຣະເຈົ້າຢາເວ​ໄດ້​ອວຍພອນ​ກະສັດ​ເຢໂຮຊາຟັດ ເພາະ​ເພິ່ນ​ໄດ້​ເຮັດ​ຕາມ​ແຕ່​ຕອນ​ຕົ້ນ​ແບບຢ່າງ​ຂອງ​ພໍ່​ເພິ່ນ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ.


ຂໍ​ຢ່າ​ຂັບໄລ່​ໃຫ້​ໜີໄປ​ຈາກ​ບ່ອນ​ທີ່​ພຣະອົງ​ສະຖິດ ແລະ​ຢ່າ​ຖອນ​ພຣະວິນຍານ​ບໍຣິສຸດ​ຂອງ​ພຣະອົງ​ໄປ​ຈາກ​ຂ້ານ້ອຍ.


ແຕ່​ແລ້ວ​ຄົນຊົ່ວຮ້າຍ​ກໍ​ຈະ​ຢ້ານກົວ​ຫລາຍ ເໝືອນ​ກັບ​ວ່າ​ພວກເຂົາ​ບໍ່ເຄີຍ​ເປັນ​ມາ​ກ່ອນ ດ້ວຍວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ເຫຼົ່າ​ສັດຕູ ຂອງ​ປະຊາຊົນ​ຂອງ​ພຣະອົງ​ຊະຊາຍ​ໄປສິ້ນ. ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຂົາ​ອັບອາຍ, ເພາະວ່າ​ພຣະເຈົ້າ​ຊົງ​ປະຖິ້ມ​ພວກເຂົາ​ແລ້ວ.


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ເມື່ອ​ກະສັດ​ເຮໂຣດ​ຟັງ​ໂຢຮັນ​ເວົ້າ​ເທື່ອໃດ ເພິ່ນ​ກໍ​ຮູ້ສຶກ​ອຶດອັດ​ໃຈ​ເທື່ອນັ້ນ, ແຕ່​ເຖິງ​ປານນັ້ນ ເພິ່ນ​ກໍ​ຍອມ​ຟັງ​ໂຢຮັນ​ເວົ້າ​ດ້ວຍ​ຄວາມ​ຍິນດີ.


ແລ້ວ​ປະຊາຊົນ​ທຸກຄົນ​ຈາກ​ເຂດແດນ​ນັ້ນ ກໍ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໜີໄປ​ຈາກ​ພວກເຂົາ ເພາະ​ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ຫລາຍ​ທີ່ສຸດ. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ລົງ​ເຮືອ​ກັບຄືນ​ໄປ.


ຂະນະທີ່​ໂປໂລ​ອ້າງ​ເຖິງ​ຄວາມ​ຍຸດຕິທຳ, ການ​ຄວບຄຸມ​ຕົນເອງ ແລະ​ການ​ພິພາກສາ​ທີ່​ຈະ​ມາ​ເຖິງ​ໃນ​ພາຍໜ້າ​ນັ້ນ, ຝ່າຍ​ເຟລິກ​ກໍ​ສະດຸ້ງ​ຕົກໃຈ​ຢ້ານ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ເຈົ້າ​ອອກ​ໄປ​ໄດ້​ແລ້ວ ເຮົາ​ຈະ​ເອີ້ນ​ເຈົ້າ​ມາ​ອີກ ເມື່ອ​ເຮົາ​ມີ​ໂອກາດ.”


ຍ້ອນ​ບັນພະບຸລຸດ​ເຫຼົ່ານັ້ນ ໄດ້​ອິດສາ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກ​ຕົນ ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ທີ່​ປະເທດ​ເອຢິບ, ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ


ນາງ​ເດລີລາ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ແຊມຊັນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ຄິດ​ວ່າ, “ຂ້ອຍ​ຈະ​ໄປ​ໄດ້​ຢ່າງ​ສະບາຍ​ດັ່ງ​ແຕ່​ກ່ອນ.” ລາວ​ບໍ່​ຮູ້​ເລີຍ​ວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ນຳ​ລາວ​ແລ້ວ.


ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”


ຊາມູເອນ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ. ເມື່ອ​ເພິ່ນ​ເດີນທາງ​ໄປ​ທີ່​ເມືອງ​ເບັດເລເຮັມ, ພວກ​ເຖົ້າແກ່​ໃນ​ເມືອງ​ໄດ້​ອອກ​ມາ​ຕ້ອນຮັບ​ເພິ່ນ ທັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ ແລະ​ຖາມ​ວ່າ, “ທ່ານ​ມາ​ຢ້ຽມຢາມ​ພວກ​ຂ້ານ້ອຍ​ຢ່າງ​ສັນຕິ​ຫລື​ບໍ່?”


ກະສັດ​ໂຊນ​ສັງເກດ​ເຫັນ​ດາວິດ​ເຮັດ​ສຳເລັດ​ໜ້າທີ່​ທຸກຢ່າງ ເພິ່ນ​ກໍ​ເກີດ​ຢ້ານກົວ​ລາວ​ຫລາຍ​ຂຶ້ນ.


ແຕ່​ນາງ​ມີການ ລູກສາວ​ຄົນ​ໜຶ່ງ​ອີກ​ຂອງ​ກະສັດ​ໂຊນ​ໄດ້ຮັກ​ດາວິດ; ເມື່ອ​ກະສັດ​ໂຊນ​ຮູ້​ເລື່ອງນີ້​ເພິ່ນ​ກໍ​ດີໃຈ.


ສະນັ້ນ ເພິ່ນ​ຈຶ່ງ​ຢ້ານກົວ​ດາວິດ​ຫລາຍ​ຍິ່ງ​ຂຶ້ນ ແລະ​ຕັ້ງ​ຕົວ​ເປັນ​ສັດຕູ​ຕໍ່​ລາວ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.


ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.


ກະສັດ​ໂຊນ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ດາວິດ​ຈຶ່ງ​ຮ່ວມໃຈ​ກັນ​ກະບົດ​ຕໍ່​ເຮົາ? ເປັນຫຍັງ​ເຈົ້າ​ຈຶ່ງ​ເອົາ​ເຂົ້າຈີ່​ແລະ​ມອບ​ດາບ​ໃຫ້​ແກ່​ມັນ ແລ້ວ​ທັງ​ທູນ​ຖາມ​ພຣະເຈົ້າ​ໃຫ້​ມັນ​ດ້ວຍ? ດຽວນີ້​ມັນ​ໄດ້​ຫັນ​ມາ​ຕໍ່ສູ້​ເຮົາ​ແລະ​ລໍ​ຫາ​ໂອກາດ​ທີ່​ຈະ​ຂ້າ​ເຮົາ​ຢູ່.”


ຊາມູເອນ​ກ່າວ​ຕໍ່​ກະສັດ​ໂຊນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ລົບກວນ​ຂ້ອຍ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ກັບມາ?” ກະສັດ​ໂຊນ​ຕອບ​ວ່າ, “ຂ້ານ້ອຍ​ມີ​ບັນຫາ​ໜັກ ພວກ​ຟີລິດສະຕິນ​ເຮັດ​ເສິກ​ຕໍ່ສູ້​ຂ້ານ້ອຍ ແລະ​ພຣະເຈົ້າ​ໄດ້​ປະຖິ້ມ​ຂ້ານ້ອຍ. ພຣະອົງ​ບໍ່​ຕອບ​ຂ້ານ້ອຍ​ເລີຍ ບໍ່​ວ່າ​ທາງ​ຜູ້ທຳນວາຍ ຫລື​ທາງ​ຄວາມຝັນ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ເອີ້ນ​ທ່ານ​ມາ ເພື່ອ​ຢາກ​ຮູ້​ວ່າ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ?”


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka