ຢູດາເວົ້າຕໍ່ໄປວ່າ, “ທ່ານເອີຍ ຖ້າຂ້ານ້ອຍກັບເມືອຫາພໍ່ ໂດຍບໍ່ມີນ້ອງຄົນນີ້ກັບເມືອນຳແລ້ວ ພໍພໍ່ເຫັນວ່າບໍ່ມີລາວມານຳ ເພິ່ນກໍຈະທໍລະມານໃຈຕາຍ. ຊີວິດຂອງເພິ່ນແມ່ນຂຶ້ນຢູ່ກັບຊີວິດຂອງເດັກຄົນນີ້ ແລະເພິ່ນກໍເຖົ້າແກ່ຫລາຍແທ້ ທີ່ຈະທໍລະມານໃຈຕາຍຍ້ອນສິ່ງທີ່ພວກຂ້ານ້ອຍໄດ້ສ້າງຂຶ້ນ.