ອູຣິຢາຕອບວ່າ, “ຫີບພັນທະສັນຍາ, ທະຫານອິດສະຣາເອນ ແລະຊາວຢູດາຢູ່ຍັງໃນສະໜາມຮົບ; ໂຢອາບຜູ້ບັນຊາການຂອງຂ້ານ້ອຍ ແລະພວກນາຍທະຫານຍັງຕັ້ງຄ້າຍພັກຢູ່ທີ່ນອກເມືອງ; ເຫດໃດຂ້ານ້ອຍຈຶ່ງຈະກັບເມືອເຮືອນ, ກິນດື່ມ ແລະນອນນຳເມຍໄດ້? ຕາບໃດທີ່ກະສັດຍັງມີຊີວິດຢູ່ ແລະຕາບໃດວິນຍານຂອງກະສັດມີຊີວິດຢູ່ ຂ້ານ້ອຍຈະບໍ່ເຮັດຢ່າງນັ້ນເລີຍ.”