ແລ້ວນາງຣິຊະປາ ເມຍນ້ອຍຂອງກະສັດໂຊນຜູ້ທີ່ເປັນລູກສາວຂອງອາອີຢາ ກໍໄດ້ໃຊ້ຜ້າກະສອບເຂົ້າເຮັດບ່ອນຊົ້ນສຳລັບຕົນຢູ່ເທິງໂງ່ນຫີນບ່ອນທີ່ວາງຊາກສົບນັ້ນ. ນາງອາໄສຢູ່ທີ່ນັ້ນຕັ້ງແຕ່ຍາມເກັບກ່ຽວຈົນເຖິງລະດູຝົນຈາກຟ້າສະຫວັນ. ໃນຕອນກາງເວັນ ນາງຮັກສາຊາກສົບບໍ່ໃຫ້ນົກມາເຈາະ ແລະໃນຕອນກາງຄືນ ນາງຮັກສາຊາກສົບບໍ່ໃຫ້ສັດປ່າເຂົ້າມາໃກ້.