41 ຊາຍຟີລິດສະຕິນຍ່າງມຸ່ງໜ້າມາຫາດາວິດ ໂດຍມີຄົນຖືໂລ້ຕ້ານທານຍ່າງອອກໜ້າກ່ອນລາວ. ລາວຍ່າງເຂົ້າມາໃກ້ດາວິດທຸກຂະນະ
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂຢຊວຍວ່າ, “ຈົ່ງເອົາຫອກຂອງເຈົ້າຊີ້ໄປທາງເມືອງອາອີ ເຮົາກຳລັງມອບເມືອງອາອີໃຫ້ເຈົ້າ.” ໂຢຊວຍກໍປະຕິບັດຕາມທີ່ພຣະອົງໄດ້ບອກ
ລາວຖືເອົາໄມ້ຄ້ອນສຳລັບລ້ຽງແກະຂອງລາວໄປ ແລະເກັບເອົາຫີນຫ້າກ້ອນໃນແຄມຫ້ວຍໃສ່ຖົງໄປນຳດ້ວຍ. ລາວຖືເອົາກະຖຸນຕຽມພ້ອມຍ່າງເຂົ້າໄປຫາໂກລີອາດ.
ເມື່ອເບິ່ງດາວິດຄັກໆແລ້ວ ລາວຈຶ່ງຄິດດູຖູກໃນໃຈ ເພາະດາວິດຍັງເປັນບ່າວນ້ອຍທີ່ງາມແລະໜ້າຮັກ.
ຄັນຫອກຂອງລາວເທົ່າກັບໄມ້ກຳພັ້ນຫູກ ແລະປາຍຫອກທີ່ເປັນເຫຼັກກໍໜັກປະມານເຈັດກິໂລກຼາມ. ມີທະຫານຄົນໜຶ່ງຍ່າງອອກໜ້າຖືໂລ້ຕ້ານທານໃຫ້ລາວ.