Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 17:4 - ພຣະຄຳພີສັກສິ

4 ຍັງ​ມີ​ຊາຍ​ຈາກ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂກລີອາດ; ລາວ​ໄດ້​ອອກ​ຈາກ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ມາ​ທ້າທາຍ​ພວກ​ອິດສະຣາເອນ. ລາວ​ເປັນ​ຄົນ​ສູງ​ໃຫຍ່​ເກືອບ​ເຖິງ​ສາມ​ແມັດ.

Uka jalj uñjjattʼäta Copia luraña




1 ຊາມູເອນ 17:4
11 Jak'a apnaqawi uñst'ayäwi  

ລາວ​ໄດ້​ຂ້າ​ຊາວ​ເອຢິບ​ຄົນ​ໜຶ່ງ ສູງ​ປະມານ​ສອງ​ແມັດ​ເຄິ່ງ ທີ່​ຖື​ຫອກ​ເທົ່າ​ກັບ​ໄມ້​ກຳພັ້ນ​ຫູກ. ເບນາອີຢາ​ໄດ້​ໃຊ້​ໄມ້ຄ້ອນ​ສູ້ຮົບ ເພື່ອ​ຍາດ​ເອົາ​ຫອກ​ຈາກ​ມື​ຂອງ​ຄົນ​ເອຢິບ ແລະ​ໃຊ້​ຫອກ​ນັ້ນ​ຂ້າ​ຄົນ​ເອຢິບ​ຜູ້​ນັ້ນ.


“ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ຂອງເຮົາ​ເອີຍ ເພາະ​ເຫັນ​ແກ່​ພວກເຈົ້າ ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຈົນກ້ຽງ ຄື​ຄົນ​ສູງ​ດັ່ງ​ຕົ້ນແປກ​ແລະ​ແຂງແຮງ​ດັ່ງ​ຕົ້ນໂອກ.


ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”


ບໍ່ມີ​ພວກ​ອານາກີມ​ຈັກ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ດິນແດນ​ອິດສະຣາເອນ ແຕ່​ຍັງ​ມີ​ບາງຄົນ​ທີ່​ໄດ້​ເຫຼືອ​ຢູ່​ໃນ​ເມືອງ​ກາຊາ, ເມືອງກາດ ແລະ​ເມືອງ​ອາຊະໂດດ.


ໃນ​ຂະນະທີ່​ລາວ​ກຳລັງ​ເວົ້າ​ກັບ​ພວກ​ອ້າຍ​ຢູ່​ນັ້ນ ໂກລີອາດ​ກໍ​ເຂົ້າ​ມາ​ທ້າທາຍ​ພວກ​ອິດສະຣາເອນ​ຕາມ​ທີ່​ລາວ​ເຄີຍ​ໄດ້​ເຮັດ​ມາ. ຝ່າຍ​ດາວິດ​ກໍ​ໄດ້​ຍິນ​ຄຳ​ທ້າທາຍ​ນັ້ນ.


ພວກ​ຟີລິດສະຕິນ​ໄດ້​ຢືນ​ເປັນ​ແຖວ​ຢາຍກັນ​ຢູ່​ຕາມ​ເນີນພູ​ໜ່ວຍ​ໜຶ່ງ ແລະ​ຊາວ​ອິດສະຣາເອນ​ກໍ​ຢືນ​ເປັນ​ແຖວ​ຢາຍກັນ​ຢູ່​ຕາມ​ເນີນພູ​ອີກ​ໜ່ວຍ​ໜຶ່ງ ຊຶ່ງ​ມີ​ຮ່ອມພູ​ຂັ້ນ​ລະຫວ່າງ​ພວກເຂົາ​ທັງສອງ​ຝ່າຍ.


ລາວ​ໃສ່​ໝວກ​ທອງສຳຣິດ​ກັບ​ນຸ່ງ​ເສື້ອ​ຫຸ້ມເກາະ​ທອງສຳຣິດ​ໜັກ​ປະມານ​ຫ້າສິບເຈັດ​ກິໂລກຼາມ.


ເມື່ອ​ກະສັດ​ໂຊນ​ໄດ້ຍິນ​ວ່າ​ດາວິດ​ໜີໄປ​ຢູ່​ເມືອງ​ກາດ​ແລ້ວ ເພິ່ນ​ຈຶ່ງ​ເຊົາ​ຕາມລ່າ​ຫາ​ດາວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka