3 ພວກຟີລິດສະຕິນໄດ້ຢືນເປັນແຖວຢາຍກັນຢູ່ຕາມເນີນພູໜ່ວຍໜຶ່ງ ແລະຊາວອິດສະຣາເອນກໍຢືນເປັນແຖວຢາຍກັນຢູ່ຕາມເນີນພູອີກໜ່ວຍໜຶ່ງ ຊຶ່ງມີຮ່ອມພູຂັ້ນລະຫວ່າງພວກເຂົາທັງສອງຝ່າຍ.
ລາວທ້າທາຍຊາວອິດສະຣາເອນ ແລະໂຢນາທານລູກຊາຍຂອງຊາມມາ ແລະຫລານຊາຍຂອງກະສັດດາວິດໄດ້ຂ້າລາວ.
ສ່ວນກະສັດໂຊນແລະຊາວອິດສະຣາເອນນັ້ນກໍໄດ້ເຕົ້າໂຮມກັນ ແລະຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ, ແລ້ວພວກເຂົາກໍຕຽມພ້ອມທີ່ຈະສູ້ຮົບພວກຟີລິດສະຕິນໃນທີ່ນັ້ນ.
ຍັງມີຊາຍຈາກເມືອງກາດຄົນໜຶ່ງຊື່ວ່າ ໂກລີອາດ; ລາວໄດ້ອອກຈາກຄ້າຍຂອງພວກຟີລິດສະຕິນມາທ້າທາຍພວກອິດສະຣາເອນ. ລາວເປັນຄົນສູງໃຫຍ່ເກືອບເຖິງສາມແມັດ.