21 ທະຫານຂອງພວກຟີລິດສະຕິນແລະຂອງພວກອິດສະຣາເອນ ຕ່າງກໍຕັ້ງທີ່ໝັ້ນຂອງໃຜລາວປະເຊີນໜ້າກັນເພື່ອຕຽມສູ້ຮົບ.
ເຊົ້າມື້ໃໝ່ມາ ດາວິດກໍລຸກແຕ່ເຊົ້າໆ. ລາວຝາກຝູງແກະໄວ້ນຳຄົນອື່ນ ແລະນຳເອົາອາຫານໄປບ່ອນທີ່ເຢຊີພໍ່ຂອງຕົນໄດ້ບອກ. ລາວໄປຮອດຄ້າຍພໍດີກັບເວລາທີ່ພວກອິດສະຣາເອນພວມລຽນແຖວອອກໄປສູ່ສະໜາມຮົບ ແລະທັງມີສຽງຮ້ອງສັ່ງອອກໄປຕີເສິກ.
ດາວິດໄດ້ປະອາຫານໄວ້ນຳເຈົ້າໜ້າທີ່ຝ່າຍສະບຽງອາຫານ ແລະແລ່ນໄປຫາພວກອ້າຍຂອງຕົນທີ່ສະໜາມຮົບເພື່ອຖາມຂ່າວຄາວວ່າ ພວກເຂົາເປັນຢູ່ຢ່າງໃດ.
ພວກຟີລິດສະຕິນເປັນຝ່າຍລົງມືໂຈມຕີກ່ອນ ແລະຫລັງຈາກຕໍ່ສູ້ກັນຢ່າງດຸເດືອດແລ້ວ ພວກເຂົາຈຶ່ງຕີຊະນະພວກອິດສະຣາເອນ ໂດຍຂ້າພວກເຂົາຕາຍໃນສະໜາມຮົບປະມານສີ່ພັນຄົນ.