Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 17:13 - ພຣະຄຳພີສັກສິ

13 ລູກຊາຍ​ໃຫຍ່​ສາມ​ຄົນ​ຂອງ​ເພິ່ນ​ໄດ້​ໄປ​ຕີ​ເສິກ​ນຳ​ກະສັດ​ໂຊນ. ຜູ້ກົກ​ຊື່​ວ່າ ເອລີອາບ, ຜູ້​ຕໍ່ມາ​ຊື່​ວ່າ ອາບີນາດາບ ແລະ​ຜູ້​ທີ່​ສາມ​ຊື່​ວ່າ ຊາມມາ.

Uka jalj uñjjattʼäta Copia luraña




1 ຊາມູເອນ 17:13
6 Jak'a apnaqawi uñst'ayäwi  

ອຳໂນນ​ມີ​ໝູ່​ຄົນ​ໜຶ່ງ​ຊື່​ວ່າ ໂຢນາດາບ. ລາວ​ເປັນ​ລູກຊາຍ​ຂອງ​ຊາມມາ ອ້າຍ​ຂອງ​ກະສັດ​ດາວິດ. ໂຢນາດາບ​ເປັນ​ຄົນ​ມີ​ສະຕິປັນຍາ​ສະຫລຽວ​ສະຫລາດ​ຫລາຍ.


ແຕ່​ໂຢນາດາບ ລູກຊາຍ​ຂອງ​ຊາມມາ ແລະ​ຫລານຊາຍ​ຂອງ​ກະສັດ​ດາວິດ​ບອກ​ວ່າ, “ຂ້າແດ່​ພະຣາຊາ ພວກເຂົາ​ບໍ່ໄດ້​ຂ້າ​ລູກຊາຍ​ຂອງ​ກະສັດ​ໝົດ​ທຸກຄົນ​ດອກ ມີ​ແຕ່​ອຳໂນນ​ເທົ່ານັ້ນ​ຕາຍ. ຍ້ອນ​ວ່າ​ອັບຊາໂລມ​ຕັ້ງໃຈ​ທີ່​ຈະ​ກະທຳ​ການ​ແກ້ແຄ້ນ​ນີ້ ຕັ້ງແຕ່​ມື້​ທີ່​ອຳໂນນ​ໄດ້​ຂົ່ມຂືນ​ຕາມາ​ນ້ອງສາວ​ຂອງ​ເພິ່ນ​ພຸ້ນ.


ລາວ​ທ້າທາຍ​ຊາວ​ອິດສະຣາເອນ ແລະ​ໂຢນາທານ​ລູກຊາຍ​ຂອງ​ຊາມມາ ແລະ​ຫລານຊາຍ​ຂອງ​ກະສັດ​ດາວິດ​ໄດ້​ຂ້າ​ລາວ.


ເຢຊີ​ມີ​ລູກຊາຍ​ເຈັດ​ຄົນ. ເມື່ອ​ໄລ່​ຕາມ​ລຳດັບ​ອາຍຸ​ແລ້ວ ມີ​ດັ່ງນີ້: ເອລີອາບ, ອາບີນາດາບ, ຊາມມາ,


ເອລີອາບ​ອ້າຍກົກ​ຂອງ​ດາວິດ​ໄດ້ຍິນ​ດາວິດ​ກຳລັງ​ເວົ້າ​ກັບ​ທະຫານ​ຢູ່ ກໍ​ຮ້າຍ​ໃຫ້​ດາວິດ​ແລະ​ເວົ້າ​ວ່າ, “ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ທີ່​ນີ້? ຝຸງ​ແກະນ້ອຍ​ຂອງ​ເຈົ້າ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເຈົ້າ​ຝາກ​ໄວ້​ກັບ​ໃຜ? ຂ້ອຍ​ຮູ້ໃຈ​ຈອງຫອງ​ແລະ​ຄວາມຊົ່ວຮ້າຍ​ຂອງເຈົ້າ ເຈົ້າ​ມາ​ທີ່​ນີ້​ເພື່ອ​ເບິ່ງ​ການ​ສູ້ຮົບ​ກັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka