Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 17:12 - ພຣະຄຳພີສັກສິ

12 ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ​ຜູ້​ທີ່​ເປັນ​ຊາວ​ເອຟະຣາທາ ຈາກ​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ. ເຢຊີ​ມີ​ລູກຊາຍ​ແປດ​ຄົນ. ໃນ​ສະໄໝ​ທີ່​ໂຊນ​ເປັນ​ກະສັດ ເຢຊີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 17:12
18 Jak'a apnaqawi uñst'ayäwi  

ຣາເຊັນ​ໄດ້​ຕາຍໄປ ແລະ​ຢາໂຄບ​ໄດ້​ຝັງສົບ​ຂອງ​ນາງ​ໄວ້ ໃກ້​ແຄມ​ທາງ​ໄປ​ເມືອງ​ເອຟຣາທາ ປັດຈຸບັນ​ນີ້​ແມ່ນ​ເມືອງ​ເບັດເລເຮັມ.


ກະສັດ​ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ. ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໃຫ້​ເປັນ​ຜູ້​ຍິ່ງໃຫຍ່ ເປັນ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ເຈີມ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ປະພັນ​ເພງ​ອັນ​ອອນຊອນ​ສຳລັບ​ຊາດ​ອິດສະຣາເອນ. ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຄັ້ງ​ສຸດທ້າຍ​ຂອງ​ກະສັດ​ດາວິດ:


ທີ່​ເອຟຣາທາ​ພວກເຮົາ​ໄດ້ຍິນ​ເຖິງ​ຫີບ​ພັນທະສັນຍາ ທີ່​ທົ່ງນາ​ເຢອາຣິມ ພວກເຮົາ​ໄດ້​ພົບ​ຫີບ​ນີ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.”’


ພວກຜູ້ຍິງ​ບ້ານໃກ້​ເຮືອນຄຽງ​ໄດ້​ໃສ່​ຊື່​ເດັກນີ້​ວ່າ ໂອເບັດ. ພວກເຂົາ​ບອກ​ທຸກຄົນ​ວ່າ, “ເດັກນ້ອຍ​ຜູ້​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ນາໂອມີ.” ໂອເບັດ​ໄດ້​ກາຍເປັນ​ພໍ່​ຂອງ​ເຢຊີ ຜູ້​ທີ່​ເປັນ​ພໍ່​ຂອງ​ດາວິດ.


ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ເອນການາ ຄົນ​ໃນ​ເຜົ່າ​ເອຟຣາອິມ ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ຣາມາ​ໃນ​ເຂດ​ເນີນພູ​ເອຟຣາອິມ. ລາວ​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ​ແລະ​ຫລານຊາຍ​ຂອງ​ເອລີຮູ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ໂຕຮູ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກຸນ​ຊູເຟ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”


ເມື່ອ​ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້ຍິນ​ດັ່ງນັ້ນ ກໍ​ມີ​ຄວາມ​ຢ້ານກົວ​ຫຼາຍ.


ກະສັດ​ໂຊນ​ຖາມ​ລາວ​ວ່າ, “ຊາຍໜຸ່ມ​ເອີຍ ເຈົ້າ​ເປັນ​ລູກ​ຂອງ​ຜູ້ໃດ?” ດາວິດ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ລູກ​ຂອງ​ເຢຊີ ຜູ້ຮັບໃຊ້​ຂອງທ່ານ​ຈາກ​ເມືອງ​ເບັດເລເຮັມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka