Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 17:11 - ພຣະຄຳພີສັກສິ

11 ເມື່ອ​ກະສັດ​ໂຊນ​ກັບ​ທະຫານ​ຂອງ​ເພິ່ນ​ໄດ້ຍິນ​ດັ່ງນັ້ນ ກໍ​ມີ​ຄວາມ​ຢ້ານກົວ​ຫຼາຍ.

Uka jalj uñjjattʼäta Copia luraña




1 ຊາມູເອນ 17:11
12 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຢູ່​ນຳ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ເລີຍ ແມ່ນ​ຜູ້ໃດ​ເຮັດ​ຫຍັງ​ໃຫ້​ຂ້ານ້ອຍ​ໄດ້?


ພຣະເຈົ້າຢາເວ​ຊົງ​ເປັນ​ຄວາມ​ສະຫວ່າງ ແລະ​ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ຜູ້ໃດ​ທັງນັ້ນ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ອັນຕະລາຍ​ທຸກຢ່າງ ແລະ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ.


ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ພຣະເຈົ້າຢາເວ​ເອງ​ເປັນ​ຜູ້​ອອກ​ໜ້າກ່ອນ​ເຈົ້າ​ແລະ​ສະຖິດ​ຢູ່​ກັບ​ເຈົ້າ. ພຣະອົງ​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ຜິດຫວັງ ຫລື​ປະຖິ້ມ​ພວກເຈົ້າ. ສະນັ້ນ ຢ່າ​ທໍ້ຖອຍ​ຫລື​ຢ້ານກົວ​ເລີຍ.”


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


ສ່ວນ​ຄົນອື່ນໆ​ອີກ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ​ໜີໄປ ຢູ່​ໃນ​ເຂດແດນ​ຂອງ​ເມືອງກາດ​ແລະ​ເມືອງ​ກີເລອາດ. ສ່ວນ​ກະສັດ​ໂຊນ​ນັ້ນ​ຍັງ​ຢູ່​ໃນ​ເມືອງ​ກິນການ ແລະ​ປະຊາຊົນ​ທີ່​ຢູ່​ນຳ​ເພິ່ນ​ກໍ​ຕົກ​ສະທ້ານ​ຢ້ານກົວ​ຫລາຍ.


ບັດນີ້ ກູ​ຂໍ​ທ້າທາຍ​ກອງທັບ​ອິດສະຣາເອນ​ຄື ກູ​ໃຫ້​ພວກສູ​ເລືອກເອົາ​ຜູ້ໜຶ່ງ​ມາ​ສູ້ຮົບ​ກັບ​ກູ.”


ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ​ຜູ້​ທີ່​ເປັນ​ຊາວ​ເອຟະຣາທາ ຈາກ​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ. ເຢຊີ​ມີ​ລູກຊາຍ​ແປດ​ຄົນ. ໃນ​ສະໄໝ​ທີ່​ໂຊນ​ເປັນ​ກະສັດ ເຢຊີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ.


ດັ່ງນັ້ນ ເມື່ອໃດ​ທີ່​ດາວິດ​ຢູ່​ໃກ້​ຄົນ​ເຫຼົ່ານີ້; ລາວ​ຈຶ່ງ​ທຳທ່າ​ເປັນ​ຄົນ​ເສຍຈິດ ແລະ​ເຮັດ​ຄື​ຄົນ​ເປັນບ້າ​ໂດຍ​ຂີດຂຽນ​ຕາມ​ປະຕູ​ເມືອງ ແລະ​ໃຫ້​ນໍ້າລາຍ​ເຫີຍ​ລົງ​ໃສ່​ໜວດ


ເມື່ອ​ພວກ​ຟີລິດສະຕິນ​ໄດ້ຍິນ​ຂ່າວ​ວ່າ ພວກ​ອິດສະຣາເອນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ເມືອງ​ມີຊະປາ; ກະສັດ​ຊາວ​ຟີລິດສະຕິນ​ທັງ​ຫ້າ​ຄົນ​ພ້ອມ​ກັບ​ທະຫານ​ຈຳນວນ​ໜຶ່ງ ຈຶ່ງ​ຕຽມຕົວ​ອອກ​ໄປ​ໂຈມຕີ​ພວກເຂົາ. ເມື່ອ​ພວກ​ອິດສະຣາເອນ​ໄດ້ຍິນ​ຂ່າວ​ນີ້ ພວກເຂົາ​ກໍ​ເກີດ​ຢ້ານກົວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka