1 ພວກຟີລິດສະຕິນໄດ້ທ້ອນໂຮມກຳລັງກັນ ເຂົ້າສູ່ເສິກທີ່ເມືອງໂສໂກໃນແຂວງຢູດາຍ; ພວກເຂົາຕັ້ງທີ່ໝັ້ນຢູ່ບ່ອນໜຶ່ງຊື່ວ່າ ເອແຟັດດຳມິມ ລະຫວ່າງກາງເມືອງໂສໂກແລະເມືອງອາເຊກາ.
ລາວໄດ້ສູ້ຮົບພວກຟີລິດສະຕິນໃຫ້ກະສັດດາວິດໃນບັ້ນຮົບປັດດຳມິມ; ລາວກຳລັງຢູ່ໃນທົ່ງນາເຂົ້າບາເລ ເມື່ອຊາວອິດສະຣາເອນໄດ້ລ່າຖອຍໜີໄປ
ເບັດຊູເຣ, ໂສໂກ, ອາດຸນລຳ,
ໃນເວລາດຽວກັນນັ້ນ ຊາວຟີລິດສະຕິນກໍໄດ້ປຸ້ນສະດົມເມືອງຕ່າງໆ ທາງທິດຕາເວັນຕົກຂອງຕີນພູແລະທາງທິດໃຕ້ຂອງຢູດາຍ. ພວກເຂົາໄດ້ຢຶດເມືອງຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະເກເດໂຣດ ແລະເມືອງຕ່າງໆຂອງໂສໂກ, ຕິມນາ ແລະກິມໂຊ, ພ້ອມທັງໝູ່ບ້ານຕ່າງໆ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນຢ່າງຖາວອນ.
ໃນຂະນະທີ່ກອງທັບຂອງກະສັດແຫ່ງບາບີໂລນກຳລັງໂຈມຕີເມືອງຢູ່. ກອງທັບນັ້ນໄດ້ໂຈມຕີເມືອງລາກິດ ແລະອາເຊກາ ຊຶ່ງເປັນເມືອງທີ່ມີປ້ອມປ້ອງກັນເຫຼືອຢູ່ໃນຢູດາຍ.
ຢາຣະມຸດ, ອາດຸນລຳ, ໂສໂກ, ອາເຊກາ,
ພວກທີ່ຍັງເຫລືອຢູ່ໃນດິນແດນນັ້ນ ມີດັ່ງນີ້: ຊາວຟີລິດສະຕິນຢູ່ໃນຫ້າເມືອງ, ຊາວການາອານທັງໝົດ, ຊາວຊີໂດນ ແລະຊາວຮີວີທີ່ຢູ່ຕາມເທິງພູເລບານອນ ຕັ້ງແຕ່ພູບາອານ-ເຮີໂມນຈົນເຖິງທາງຜ່ານຂອງຊ່ອງແຄບຮາມັດ.
ພວກຟີລິດສະຕິນໄດ້ທ້ອນໂຮມກຳລັງກັນມາຕໍ່ສູ້ພວກອິດສະຣາເອນ. ພວກເຂົາມີລົດຮົບສາມສິບພັນຄັນ, ທະຫານມ້າຫົກພັນຄົນ ແລະມີທະຫານຫລວງຫລາຍດັ່ງເມັດດິນຊາຍທີ່ຝັ່ງທະເລ. ພວກເຂົາໄດ້ໄປສູ່ມິກມາດທີ່ທາງຕາເວັນອອກຂອງເບັດອາເວນ ແລະຕັ້ງຄ້າຍຢູ່ທີ່ນັ້ນ.
ຫລັງຈາກນັ້ນ ກະສັດໂຊນຈຶ່ງເຊົາໄລ່ຕາມລ່າພວກຟີລິດສະຕິນ ແລະພວກເຂົາກໍກັບຄືນສູ່ເຂດແດນຂອງພວກຕົນ.
ຕະຫລອດຊົ່ວຊີວິດຂອງກະສັດໂຊນ ເພິ່ນໄດ້ຕໍ່ສູ້ພວກຟີລິດສະຕິນຢ່າງດຸເດືອດ. ເມື່ອພົບຊາຍຄົນໜຶ່ງທີ່ແຂງແຮງ ແລະກ້າຫານດີ ເພິ່ນກໍເອົາເຂົ້າມາຮັບໃຊ້ໃນກອງທັບຂອງເພິ່ນ.
ເມື່ອພວກຟີລິດສະຕິນໄດ້ຍິນຂ່າວວ່າ ພວກອິດສະຣາເອນໄດ້ມາເຕົ້າໂຮມກັນຢູ່ເມືອງມີຊະປາ; ກະສັດຊາວຟີລິດສະຕິນທັງຫ້າຄົນພ້ອມກັບທະຫານຈຳນວນໜຶ່ງ ຈຶ່ງຕຽມຕົວອອກໄປໂຈມຕີພວກເຂົາ. ເມື່ອພວກອິດສະຣາເອນໄດ້ຍິນຂ່າວນີ້ ພວກເຂົາກໍເກີດຢ້ານກົວ