Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 16:9 - ພຣະຄຳພີສັກສິ

9 ເຢຊີ​ຈຶ່ງ​ພາ​ຊາມມາ​ເຂົ້າ​ມາ​ແຕ່ ຊາມູເອນ​ໄດ້​ບອກ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ລາວ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 16:9
5 Jak'a apnaqawi uñst'ayäwi  

ອຳໂນນ​ມີ​ໝູ່​ຄົນ​ໜຶ່ງ​ຊື່​ວ່າ ໂຢນາດາບ. ລາວ​ເປັນ​ລູກຊາຍ​ຂອງ​ຊາມມາ ອ້າຍ​ຂອງ​ກະສັດ​ດາວິດ. ໂຢນາດາບ​ເປັນ​ຄົນ​ມີ​ສະຕິປັນຍາ​ສະຫລຽວ​ສະຫລາດ​ຫລາຍ.


ເບນາບີນາດາບ ຜູ້​ທີ່​ແຕ່ງງານ​ກັບ​ຕາຟາດ ລູກສາວ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ອານາເຂດ​ເມືອງ​ໂດເຣ​ທັງໝົດ.


ເຢຊີ​ມີ​ລູກຊາຍ​ເຈັດ​ຄົນ. ເມື່ອ​ໄລ່​ຕາມ​ລຳດັບ​ອາຍຸ​ແລ້ວ ມີ​ດັ່ງນີ້: ເອລີອາບ, ອາບີນາດາບ, ຊາມມາ,


ເຢຊີ​ໄດ້​ນຳ​ລູກຊາຍ​ທັງ​ເຈັດ​ຄົນ​ຂອງຕົນ​ມາ​ຫາ ຊາມູເອນ​ໂດຍ​ວິທີ​ນີ້, ແຕ່​ຊາມູເອນ​ໄດ້​ກ່າວ​ແກ່​ເຢຊີ​ວ່າ, “ບໍ່ແມ່ນ ພຣະເຈົ້າຢາເວ​ບໍ່ໄດ້​ເລືອກ​ເອົາ​ຜູ້ໃດ​ຈັກ​ຄົນ​ໃນ​ຄົນ​ເຫຼົ່ານີ້.”


ລູກຊາຍ​ໃຫຍ່​ສາມ​ຄົນ​ຂອງ​ເພິ່ນ​ໄດ້​ໄປ​ຕີ​ເສິກ​ນຳ​ກະສັດ​ໂຊນ. ຜູ້ກົກ​ຊື່​ວ່າ ເອລີອາບ, ຜູ້​ຕໍ່ມາ​ຊື່​ວ່າ ອາບີນາດາບ ແລະ​ຜູ້​ທີ່​ສາມ​ຊື່​ວ່າ ຊາມມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka