1 ຊາມູເອນ 16:7 - ພຣະຄຳພີສັກສິ7 ແຕ່ພຣະເຈົ້າຢາເວກ່າວຕໍ່ເພິ່ນວ່າ, “ຢ່າໄດ້ສົນໃຈນຳຄວາມສູງ ແລະຄວາມງາມຂອງລາວເລີຍ. ເຮົາບໍ່ຮັບເອົາລາວເພາະການເບິ່ງຂອງພຣະເຈົ້າຢາເວບໍ່ຄືການເບິ່ງຂອງມະນຸດ. ມະນຸດເບິ່ງພາຍນອກແຕ່ພຣະເຈົ້າຢາເວເບິ່ງພາຍໃນຈິດໃຈ.” Uka jalj uñjjattʼäta |
ຕໍ່ມາເພິ່ນໄດ້ກ່າວແກ່ໂຊໂລໂມນວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີໆ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະສຸດຄວາມຄິດ. ພຣະເຈົ້າຢາເວຮູ້ຄວາມຄິດແລະຄວາມປາຖະໜາທັງໝົດຂອງພວກເຮົາ. ຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍຈະໃຫ້ເຈົ້າໄດ້ພົບກັບພຣະອົງ, ແຕ່ຖ້າເຈົ້າຫັນໜ້າໜີໄປຈາກພຣະອົງ ພຣະອົງກໍຈະປະຖິ້ມເຈົ້າຕະຫລອດໄປ.
ແລ້ວຂ້າພະເຈົ້າກໍພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ພຣະອົງເປັນຜູ້ພິພາກສາທີ່ທ່ຽງທຳ; ພຣະອົງທົດສອບເບິ່ງຄວາມນຶກຄິດກັບຄວາມຮູ້ສຶກຂອງຄົນທັງຫລາຍ. ຂ້ານ້ອຍຂໍມອບເລື່ອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ. ດັ່ງນັ້ນ ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນພຣະອົງແກ້ແຄ້ນຄົນເຫຼົ່ານີ້ດ້ວຍເຖີດ.”