1 ຊາມູເອນ 16:6 - ພຣະຄຳພີສັກສິ6 ເມື່ອພວກເຂົາມາຮອດ ຊາມູເອນກໍຫລຽວເຫັນເອລີອາບລູກຊາຍຂອງເຢຊີ ເພິ່ນຈຶ່ງຄິດໃນໃຈວ່າ, “ຊາຍທີ່ຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ຕ້ອງແມ່ນຜູ້ທີ່ພຣະເຈົ້າຢາເວເລືອກໄວ້ຢ່າງແນ່ນອນ.” Uka jalj uñjjattʼäta |
ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນໄດ້ເລືອກຂ້າພະເຈົ້າ ແລະເຊື້ອສາຍຂອງຂ້າພະເຈົ້າໃຫ້ປົກຄອງຊາດອິດສະຣາເອນຕະຫລອດໄປ. ພຣະອົງໄດ້ເລືອກເອົາເຜົ່າຢູດາໃຫ້ເປັນຫົວໜ້ານຳພາ ແລະຈາກເຜົ່າຢູດາ ພຣະອົງໄດ້ເລືອກເອົາຄອບຄົວຂອງຂ້າພະເຈົ້າ. ຈາກພີ່ນ້ອງທັງໝົດໃນຄອບຄົວຂອງຂ້າພະເຈົ້າ ພຣະອົງພໍໃຈນຳຂ້າພະເຈົ້າ ແລະແຕ່ງຕັ້ງຂ້າພະເຈົ້າໃຫ້ຂຶ້ນເປັນກະສັດປົກຄອງທົ່ວທັງໝົດຊາດອິດສະຣາເອນ.