1 ຊາມູເອນ 16:5 - ພຣະຄຳພີສັກສິ5 ຊາມູເອນຕອບວ່າ, “ແມ່ນແລ້ວ ຂ້າພະເຈົ້າມາຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ຈົ່ງຊຳລະຕົວໃຫ້ບໍຣິສຸດ ແລະໄປນຳຂ້າພະເຈົ້າ.” ເພິ່ນຍັງບອກເຢຊີ ແລະພວກລູກຊາຍຂອງເພິ່ນຊຳລະຕົວໃຫ້ບໍຣິສຸດ ແລະເຊີນພວກເຂົາມາຮ່ວມໃນການຖວາຍບູຊາດ້ວຍ. Uka jalj uñjjattʼäta |
ພຣະວິນຍານໄດ້ຄວບຄຸມອາມາໄສ ຊຶ່ງໃນເວລາຕໍ່ມາໄດ້ເປັນຜູ້ບັນຊາການຂອງ “ທະຫານເອກສາມສິບຄົນ.” ລາວໄດ້ຮ້ອງຕອບວ່າ, “ດາວິດລູກຊາຍຂອງເຢຊີເອີຍ ພວກເຮົາຢູ່ຝ່າຍທ່ານ ຂໍໃຫ້ທ່ານກັບຜູ້ຊ່ວຍຂອງທ່ານ ຈົ່ງມີສັນຕິສຸກ, ສັນຕິສຸກຢູ່ກັບທ່ານ ພຣະເຈົ້າຢູ່ຝ່າຍທ່ານແລ້ວ.” ແລ້ວດາວິດກໍຕ້ອນຮັບພວກເຂົາ ແລະເພິ່ນໄດ້ໃຫ້ພວກເຂົາເປັນນາຍທະຫານປະຈຳກອງທັບຂອງຕົນ.
ຈົ່ງລຸກຂຶ້ນ ໄປເຮັດພິທີຊຳລະປະຊາຊົນໃຫ້ບໍຣິສຸດ ແລະຕຽມພວກເຂົາໃຫ້ພ້ອມທີ່ຈະເຂົ້າມາພົບເຮົາ. ຈົ່ງບອກພວກເຂົາໃຫ້ຕຽມພ້ອມໃນມື້ອື່ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້, ‘ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລັກເອົາບາງສິ່ງບາງຢ່າງທີ່ເຮົາໄດ້ສັ່ງໃຫ້ທຳລາຍນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບເຫຼົ່າສັດຕູບໍ່ໄດ້ ຈົນກວ່າພວກເຈົ້າຈະທຳລາຍສິ່ງເຫຼົ່ານັ້ນເສຍ.’