1 ຊາມູເອນ 16:3 - ພຣະຄຳພີສັກສິ3 ໃຫ້ເຈົ້າເຊີນເຢຊີມາຮ່ວມໃນການຖວາຍນັ້ນດ້ວຍ ແລ້ວເຮົາຈະບອກເຈົ້າວ່າຄວນຈະເຮັດຢ່າງໃດໃນຂັ້ນຕໍ່ໄປ. ເຈົ້າຈະເອົານໍ້າມັນສັກສິດຫົດສົງຊາຍຜູ້ໜຶ່ງ ທີ່ເຮົາບອກເຈົ້າວ່າຈະເປັນກະສັດ.” Uka jalj uñjjattʼäta |
ດັ່ງນັ້ນ ຜູ້ນຳທັງໝົດຂອງຊາດອິດສະຣາເອນຈຶ່ງມາຫາກະສັດດາວິດທີ່ເຮັບໂຣນ. ເພິ່ນໄດ້ເຮັດສັນຍາເປັນພັນທະມິດກັບພວກເຂົາທີ່ເຮັບໂຣນຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາໄດ້ໃຊ້ນໍ້າມັນສັກສິດຫົດສົງເພິ່ນ ແລະແຕ່ງຕັ້ງເພິ່ນໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງຊາມູເອນ.
“ມື້ອື່ນ ໃນເວລາດຽວກັນນີ້ ເຮົາຈະສົ່ງຄົນໜຶ່ງຈາກເຜົ່າເບັນຢາມິນມາຫາເຈົ້າ; ຈົ່ງເອົານໍ້າມັນສັກສິດຫົດສົງລາວໃຫ້ເປັນກະສັດ ເພື່ອປົກຄອງປະຊາຊົນອິດສະຣາເອນຂອງເຮົາ; ແລະລາວຈະຊ່ວຍກອບກູ້ເອົາພວກເຂົາໃຫ້ພົ້ນຈາກພວກຟີລິດສະຕິນ. ເຮົາໄດ້ເຫັນຄວາມທົນທຸກຂອງພວກເຂົາ ແລະໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫລືອຂອງພວກເຂົາ.”