Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 16:2 - ພຣະຄຳພີສັກສິ

2 ຊາມູເອນ​ຖາມ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ຢ່າງ​ໃດ? ຖ້າ​ໂຊນ​ໄດ້ຍິນ​ເລື່ອງ​ນີ້ ລາວ​ຄົງ​ຈະ​ຂ້າ​ຂ້ານ້ອຍ​ເສຍ.” ພຣະເຈົ້າຢາເວ​ຕອບ​ວ່າ, “ໃຫ້​ເຈົ້າ​ເອົາ​ລູກ​ງົວ​ໂຕໜຶ່ງ​ໄປ​ນຳ ແລະ​ເວົ້າ​ວ່າ, ເຈົ້າ​ມາ​ທີ່​ນີ້​ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 16:2
8 Jak'a apnaqawi uñst'ayäwi  

ແຕ່​ໂມເຊ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ເປັນ​ມະນຸດ​ສາມັນ​ທຳມະດາ ຈະ​ໄປ​ຫາ​ກະສັດ​ຟາໂຣ​ໄດ້​ບໍ? ຂ້ານ້ອຍ​ຈະ​ນຳພາ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ​ໄດ້​ຢ່າງ​ໃດ?”


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ຝ່າຍ​ມາຣີ​ຈຶ່ງ​ເວົ້າ​ກັບ​ເທວະດາ​ວ່າ, “ຂ້ານ້ອຍ​ຍັງ​ບໍ່​ທັນ​ໄດ້​ຮ່ວມ​ເພດ​ສຳພັນ​ກັບ​ຜູ້ຊາຍ​ຈັກເທື່ອ ເຫດການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ?”


ໃຫ້​ເຈົ້າ​ເຊີນ​ເຢຊີ​ມາ​ຮ່ວມ​ໃນ​ການ​ຖວາຍ​ນັ້ນ​ດ້ວຍ ແລ້ວ​ເຮົາ​ຈະ​ບອກ​ເຈົ້າ​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ​ໃນ​ຂັ້ນ​ຕໍ່ໄປ. ເຈົ້າ​ຈະ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ຊາຍ​ຜູ້ໜຶ່ງ ທີ່​ເຮົາ​ບອກ​ເຈົ້າ​ວ່າ​ຈະ​ເປັນ​ກະສັດ.”


ລາວ​ເວົ້າ​ວ່າ, ‘ອະນຸຍາດ​ໃຫ້​ຂ້ອຍ​ໄປ​ເທາະ ເພາະ​ຄອບຄົວ​ຂອງ​ພວກເຮົາ​ສະຫລອງ​ງານ​ຖວາຍບູຊາ​ຢູ່​ໃນ​ເມືອງ ແລະ​ອ້າຍ​ຂອງ​ຂ້ອຍ​ກໍ​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ນັ້ນ. ຖ້າ​ເຈົ້າ​ເປັນ​ເພື່ອນຂ້ອຍ ຈົ່ງ​ອະນຸຍາດ​ໃຫ້​ຂ້ອຍ​ໄປ​ຫາ​ພີ່ນ້ອງ​ຂອງຂ້ອຍ​ສາ.’ ດ້ວຍເຫດນີ້ ດາວິດ​ຈຶ່ງ​ບໍ່ໄດ້​ມາ​ຮ່ວມ​ໂຕະ​ນຳ​ພໍ່.”


ພວກ​ຍິງສາວ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ ເພິ່ນ​ຢູ່​ທີ່ນີ້; ເພິ່ນ​ຫາ​ກໍ​ຍ່າງ​ອອກ​ໄປ​ກ່ອນ​ພວກເຈົ້າ​ມາ​ນີ້​ເອງ. ຖ້າ​ພວກເຈົ້າ​ຟ້າວ​ຕາມ​ໄປ​ອາດຈະ​ທັນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ກໍ​ຈະ​ເຫັນ​ເພິ່ນ​ດອກ. ເພິ່ນ​ມາ​ໃນ​ເມືອງ​ມື້ນີ້ ກໍ​ເພາະ​ປະຊາຊົນ​ກຳລັງ​ໄປ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນບູຊາ​ເທິງ​ພູ. ພວກ​ທີ່​ຖືກ​ເຊີນ​ໄປ​ຈະ​ບໍ່​ຮັບປະທານ​ອາຫານ ຈົນກວ່າ​ເພິ່ນ​ໄປ​ຮອດ​ທີ່​ນັ້ນ​ສາ​ກ່ອນ ເພາະ​ເພິ່ນ​ຈະ​ຕ້ອງ​ອວຍພອນ​ເຄື່ອງ​ບູຊາ​ນັ້ນ​ກ່ອນ. ຖ້າ​ພວກເຈົ້າ​ໄປ​ດຽວນີ້​ກໍ​ຈະ​ພົບ​ເພິ່ນ ກ່ອນ​ເພິ່ນ​ຈະ​ຂຶ້ນ​ໄປ​ກິນ​ອາຫານ​ທີ່​ເທິງ​ພູ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka