1 ຊາມູເອນ 16:13 - ພຣະຄຳພີສັກສິ13 ຊາມູເອນເອົານໍ້າມັນສັກສິດຫົດສົງດາວິດຕໍ່ໜ້າພວກອ້າຍໆຂອງລາວ. ໃນທັນໃດນັ້ນ ພຣະວິນຍານຂອງພຣະເຈົ້າຢາເວກໍຄວບຄຸມດາວິດ ແລະສະຖິດຢູ່ກັບລາວນັບຕັ້ງແຕ່ມື້ນັ້ນມາ ຊາມູເອນກໍກັບຄືນເມືອບ້ານເມືອງຂອງຕົນທີ່ຣາມາ. Uka jalj uñjjattʼäta |
ດັ່ງນັ້ນ ຜູ້ນຳທັງໝົດຂອງຊາດອິດສະຣາເອນຈຶ່ງມາຫາກະສັດດາວິດທີ່ເຮັບໂຣນ. ເພິ່ນໄດ້ເຮັດສັນຍາເປັນພັນທະມິດກັບພວກເຂົາທີ່ເຮັບໂຣນຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາໄດ້ໃຊ້ນໍ້າມັນສັກສິດຫົດສົງເພິ່ນ ແລະແຕ່ງຕັ້ງເພິ່ນໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງຊາມູເອນ.
ແລ້ວຊາມູເອນກໍເອົາເຕົ້ານໍ້າມັນໝາກກອກເທດຖອກໃສ່ຫົວໂຊນ ແລະຈູບລາວ ແລະກ່າວວ່າ, “ພຣະເຈົ້າຢາເວໄດ້ຫົດສົງເຈົ້າໃຫ້ເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ເຈົ້າຈະປົກຄອງປະຊາຊົນຂອງພຣະເຈົ້າຢາເວ ແລະຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູທັງປວງຂອງພວກເຂົາ. ຂໍ້ພິສູດທີ່ພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ຂຶ້ນເປັນຜູ້ປົກຄອງປະຊາຊົນຂອງພຣະອົງ ແມ່ນດັ່ງນີ້: