Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 16:12 - ພຣະຄຳພີສັກສິ

12 ດັ່ງນັ້ນ ເຢຊີ​ຈຶ່ງ​ໄດ້ສົ່ງ​ຄົນ​ໄປ​ນຳ​ເອົາ​ດາວິດ. ລາວ​ເປັນ​ຄົນ​ຜິວ​ສົດໃສ, ເປັນ​ຊາຍໜຸ່ມ​ທີ່​ມີ​ສຸຂະພາບ​ດີ ແລະ​ຕາ​ກໍ​ເປັນ​ແວວ​ແຈ່ມໃສ​ງາມດີ. ພຣະເຈົ້າຢາເວ​ກ່າວ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 16:12
19 Jak'a apnaqawi uñst'ayäwi  

ໂປຕີຟາ​ໄດ້​ມອບ​ຊັບ​ສິ່ງຂອງ​ທຸກຢ່າງ​ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ຮັກສາ​ແທນ ແລະ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ ນອກຈາກ​ອາຫານ​ທີ່​ຕົນ​ກິນ​ເທົ່ານັ້ນ. ໂຢເຊັບ​ເປັນ​ຊາຍໜຸ່ມ​ທີ່​ມີ​ຮູບຮ່າງ​ໄດ້​ຊັດສ່ວນ​ດີ ແລະ​ໜ້າຕາ​ງາມ.


ກະສັດ​ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ. ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໃຫ້​ເປັນ​ຜູ້​ຍິ່ງໃຫຍ່ ເປັນ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ເຈີມ​ຕັ້ງ​ໃຫ້​ເປັນ​ກະສັດ ແລະ​ໃຫ້​ປະພັນ​ເພງ​ອັນ​ອອນຊອນ​ສຳລັບ​ຊາດ​ອິດສະຣາເອນ. ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຄັ້ງ​ສຸດທ້າຍ​ຂອງ​ກະສັດ​ດາວິດ:


ດັ່ງນັ້ນ ຈົ່ງ​ບອກ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ບອກ​ລາວ​ວ່າ, ເຈົ້າ​ເປັນ​ຄົນ​ລ້ຽງແກະ​ຕາມ​ທົ່ງນາ ແລະ​ເຮົາ​ໄດ້​ເອົາ​ເຈົ້າ​ມາ​ເປັນ​ຜູ້ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.


ໃນ​ທີ່ນັ້ນ ໃຫ້​ປະໂຣຫິດ​ຊາດົກ​ແລະ​ຜູ້ທຳນວາຍ​ນາທານ​ຫົດສົງ​ແຕ່ງຕັ້ງ​ລາວ​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ. ແລ້ວ​ໃຫ້​ເປົ່າແກ​ແລະ​ຮ້ອງໂຮ​ຂຶ້ນ​ວ່າ, ‘ຂໍ​ໃຫ້​ກະສັດ​ໂຊໂລໂມນ​ຈົ່ງ​ໝັ້ນຍືນ.’


ກະສັດ, ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ ກໍ​ລຸກ​ຂຶ້ນ​ຕໍ່ຕ້ານ ພວກເຂົາ​ຮ່ວມໃຈ​ກັນ​ວາງ​ອຸບາຍ ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ຕໍ່ສູ້​ກະສັດ ທີ່​ພຣະອົງ​ຫົດສົງ​ໄວ້.


ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ພຣະອົງ​ໄດ້​ເລືອກ​ດາວິດ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂດຍ​ໄດ້​ເອົາ​ເພິ່ນ​ມາ​ຈາກ​ທົ່ງ​ລ້ຽງແກະ​ພຸ້ນ


ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ລາວ. ເມື່ອ​ນາງ​ເຫັນ​ລູກ​ທີ່​ເກີດ​ມາ​ນັ້ນ​ມີ​ຮູບຮ່າງ​ງາມ ນາງ​ຈຶ່ງ​ໄດ້​ເຊື່ອງ​ລູກ​ໄວ້​ເຖິງ​ສາມ​ເດືອນ.


ຄົນຮັກ​ຂອງຂ້ອຍ​ງາມ​ສະຫງ່າ​ທັງ​ແຂງແຮງ​ດີ ເປັນ​ຄົນດຽວ​ທີ່​ມີ ຜູ້​ຮູ້ຈັກກັນ​ດີ​ໃນ​ໝື່ນ​ຄົນ​ນັ້ນ.


ພວກ​ເຈົ້າຊາຍ ທີ່​ບໍຣິສຸດ​ຜຸດຜ່ອງ​ດັ່ງ​ຫິມະ​ຂາວ ມີ​ແຮງ​ແລະ​ເຂັ້ມແຂງ ສຸຂະພາບ​ດີເດັ່ນ.


ແລ້ວ​ເພິ່ນ​ກໍໄດ້​ກ່າວ​ວ່າ, “ສິ່ງ​ເຫຼົ່ານັ້ນ​ໝາຍ​ເຖິງ​ຊາຍ​ສອງ​ຄົນ ທີ່​ພຣະເຈົ້າ​ໄດ້​ເລືອກເອົາ​ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຮັບໃຊ້ ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ.


ໃນ​ຄາວ​ນັ້ນ ໂມເຊ​ໄດ້​ເກີດ​ມາ​ເປັນ​ລູກນ້ອຍ​ທີ່​ມີ​ຮູບຮ່າງ​ງົດງາມ​ຕໍ່ໜ້າ​ພຣະເຈົ້າ ໂມເຊ​ໄດ້​ຮັບ​ການ​ລ້ຽງດູ​ທີ່​ເຮືອນ​ເປັນ​ເວລາ​ສາມ​ເດືອນ


ເພາະ​ພໍ່​ແມ່​ຂອງ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ເຊື່ອງ​ໂມເຊ​ໄວ້​ເປັນ​ເວລາ​ສາມ​ເດືອນ ເພາະ​ເຫັນ​ວ່າ​ໂມເຊ​ມີ​ຮູບຮ່າງ​ງາມ ແລະ​ພວກເພິ່ນ​ກໍ​ບໍ່​ຢ້ານກົວ​ທີ່​ຈະ​ຝ່າຝືນ​ຄຳສັ່ງ​ຂອງ​ກະສັດ.


ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”


ເມື່ອ​ເບິ່ງ​ດາວິດ​ຄັກໆ​ແລ້ວ ລາວ​ຈຶ່ງ​ຄິດ​ດູຖູກ​ໃນໃຈ ເພາະ​ດາວິດ​ຍັງ​ເປັນ​ບ່າວນ້ອຍ​ທີ່​ງາມ​ແລະ​ໜ້າຮັກ.


ເມື່ອ​ກະສັດ​ໂຊນ​ເຫັນ​ດາວິດ​ອອກ​ໄປ​ຕໍ່ສູ້​ກັບ​ໂກລີອາດ​ນັ້ນ ເພິ່ນ​ຈຶ່ງ​ຖາມ​ອັບເນ​ຜູ້​ບັນຊາການ​ທະຫານ​ຂອງຕົນ​ວ່າ, “ອັບເນ ບ່າວນ້ອຍ​ຄົນນີ້​ແມ່ນ​ລູກ​ຂອງ​ຜູ້ໃດ?” ອັບເນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ບໍ່​ຮູ້ຈັກ.”


ເມື່ອ​ຊາມູເອນ​ເຫັນ​ໂຊນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ທີ່​ເຮົາ​ໄດ້​ບອກ​ເຈົ້າ​ວ່າ ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka