Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 16:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 16:1
34 Jak'a apnaqawi uñst'ayäwi  

‘ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ບໍ່ໄດ້​ເລືອກເອົາ​ເມືອງ​ໃດໆ​ໃນ​ດິນແດນ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ ເປັນ​ບ່ອນ​ສ້າງ​ພຣະວິຫານ​ເພື່ອ​ໃຫ້​ມະນຸດ​ນະມັດສະການ​ເຮົາ. ແຕ່​ເຮົາ​ໄດ້​ເລືອກເອົາ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’


ໃນ​ໄລຍະ​ນັ້ນ​ເອງ ຜູ້ທຳນວາຍ​ເອລີຊາ​ໄດ້​ເອີ້ນ​ຜູ້ທຳນວາຍ​ໜຸ່ມ​ຄົນ​ໜຶ່ງ​ມາ ແລະ​ບອກ​ວ່າ, “ຈົ່ງ​ຕຽມຕົວ​ໄປ​ທີ່​ເມືອງ​ຣາໂມດ​ໃນ​ກີເລອາດ. ໃຫ້​ເອົາ​ແກ້ວ​ນໍ້າມັນ​ໝາກກອກເທດ​ນີ້​ໄປ​ນຳ


ຖອກ​ນໍ້າມັນ​ໝາກກອກເທດ​ນີ້​ໃສ່​ຫົວ​ລາວ ແລະ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ປະກາດ​ວ່າ, ພຣະອົງ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.’ ແລ້ວ​ໃຫ້​ເຈົ້າ​ອອກ​ໜີໄປ​ຈາກ​ເມືອງ ໄວ​ເທົ່າທີ່ຈະ​ໄວ​ໄດ້.”


ແລ້ວ​ທັງສອງ​ກໍ​ເຂົ້າ​ໄປ​ຂ້າງ​ໃນ. ຜູ້ທຳນວາຍ​ໜຸ່ມ​ໄດ້​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່​ຫົວ​ເຢຮູ ແລະ​ກ່າວ​ແກ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ປະກາດ​ວ່າ, ‘ເຮົາ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາວ​ອິດສະຣາເອນ ປະຊາຊົນ​ຂອງ​ພຣະເຈົ້າຢາເວ.


ດັ່ງນັ້ນ ຜູ້ນຳ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ມາ​ຫາ​ກະສັດ​ດາວິດ​ທີ່​ເຮັບໂຣນ. ເພິ່ນ​ໄດ້​ເຮັດ​ສັນຍາ​ເປັນ​ພັນທະມິດ​ກັບ​ພວກເຂົາ​ທີ່​ເຮັບໂຣນ​ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ແລະ​ແຕ່ງຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຊາມູເອນ.


ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ເລືອກ​ຂ້າພະເຈົ້າ ແລະ​ເຊື້ອສາຍ​ຂອງ​ຂ້າພະເຈົ້າ​ໃຫ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ. ພຣະອົງ​ໄດ້​ເລືອກເອົາ​ເຜົ່າຢູດາ​ໃຫ້​ເປັນ​ຫົວໜ້າ​ນຳພາ ແລະ​ຈາກ​ເຜົ່າຢູດາ ພຣະອົງ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ຂ້າພະເຈົ້າ. ຈາກ​ພີ່ນ້ອງ​ທັງໝົດ​ໃນ​ຄອບຄົວ​ຂອງ​ຂ້າພະເຈົ້າ ພຣະອົງ​ພໍໃຈ​ນຳ​ຂ້າພະເຈົ້າ ແລະ​ແຕ່ງຕັ້ງ​ຂ້າພະເຈົ້າ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ທົ່ວ​ທັງໝົດ​ຊາດ​ອິດສະຣາເອນ.


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ເຮົາ​ໄດ້​ເຮັດ​ໃຫ້​ເພິ່ນ​ນຳພາ​ແລະ​ສັ່ງການ ບັນດາ​ຊົນຊາດ​ໄດ້​ຮູ້​ຣິດອຳນາດ​ເຮົາ​ທາງ​ເພິ່ນ.


ເຢເຣມີຢາ​ເອີຍ ເຈົ້າ​ຢ່າ​ພາວັນນາ​ອະທິຖານ ຫລື​ຂໍຮ້ອງ​ນຳ​ເຮົາ​ເພື່ອ​ປະຊາຊົນ​ເຫຼົ່ານີ້​ເລີຍ. ເມື່ອ​ພວກເຂົາ​ຕົກທຸກ​ໄດ້ຍາກ ແລະ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.”


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ຄົນ​ທັງຫລາຍ​ຈະ​ເອີ້ນ​ພວກເຂົາ​ວ່າ​ເປັນ​ຂອງ​ເສດເຫລືອ; ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກເຂົາ​ແລ້ວ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ເຢເຣມີຢາ​ເອີຍ ຢ່າ​ພາວັນນາ​ອະທິຖານ​ສຳລັບ​ປະຊາຊົນ​ເຫຼົ່ານີ້​ເລີຍ. ຢ່າ​ຮ້ອງໄຫ້​ຫລື​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ; ຢ່າ​ຂໍຮ້ອງ​ເຮົາ​ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ.


ແລ້ວ​ເພິ່ນ​ກໍໄດ້​ກ່າວ​ວ່າ, “ສິ່ງ​ເຫຼົ່ານັ້ນ​ໝາຍ​ເຖິງ​ຊາຍ​ສອງ​ຄົນ ທີ່​ພຣະເຈົ້າ​ໄດ້​ເລືອກເອົາ​ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຮັບໃຊ້ ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ ຄຸ້ມຄອງ​ປະຊາຊາດ​ທັງຫລາຍ ປະຊາຊາດ​ທັງຫລາຍ​ ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”


ແລະ​ເຮົາ​ຈະ​ກ່າວ​ສິ່ງໃດ​ຕໍ່ໄປ​ອີກ​ແດ່? ເພາະ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ​ບັນດາ​ຜູ້ທຳນວາຍ​ທັງຫລາຍ.


ຖ້າ​ຜູ້ໃດ​ເຫັນ​ພີ່ນ້ອງ​ຂອງຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜູ້ນັ້ນ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ແລ້ວ​ພຣະອົງ​ຈະ​ຊົງ​ໂຜດ​ປະທານ​ຊີວິດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ນັ້ນ, ແຕ່​ຜິດບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່ໄດ້​ເວົ້າ​ວ່າ​ໃຫ້​ພາວັນນາ​ອະທິຖານ​ໃນ​ເລື່ອງ​ຜິດບາບ​ຢ່າງ​ນັ້ນ.


ແລ້ວ​ຊາມູເອນ​ກໍ​ເອົາ​ເຕົ້າ​ນໍ້າມັນ​ໝາກກອກເທດ​ຖອກ​ໃສ່​ຫົວ​ໂຊນ ແລະ​ຈູບ​ລາວ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້ຫົດສົງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ເຈົ້າ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງປວງ​ຂອງ​ພວກເຂົາ. ຂໍ້​ພິສູດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເຈົ້າ ໃຫ້​ຂຶ້ນ​ເປັນ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ ແມ່ນ​ດັ່ງນີ້:


“ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.


ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”


ຊາມູເອນ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ຄືນ​ເມືອ​ກັບ​ເຈົ້າ ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ປະຖິ້ມ​ເຈົ້າ ຈາກ​ການ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”


ຕະຫລອດ​ຊົ່ວຊີວິດ​ຂອງ​ຊາມູເອນ ເພິ່ນ​ບໍ່ໄດ້​ເຫັນ​ກະສັດ​ໂຊນ​ອີກ​ຈັກເທື່ອ ແຕ່​ເພິ່ນ​ຍັງ​ເສົ້າ​ສະຫລົດໃຈ​ນຳ​ກະສັດ​ໂຊນ​ຫລາຍ. ສ່ວນ​ພຣະເຈົ້າຢາເວ​ກໍ​ເສຍໃຈ ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.


ພວກ​ທີ່​ລໍ​ຮັບໃຊ້​ເພິ່ນ​ນັ້ນ​ໄດ້​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ຮູ້​ວ່າ ແມ່ນ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ໄດ້​ມາ​ທໍລະມານ​ທ່ານ.


ນັບ​ຕັ້ງແຕ່​ນັ້ນ​ມາ ເມື່ອໃດ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າ​ເຂົ້າ​ສິງ​ກະສັດ​ໂຊນ ດາວິດ​ກໍ​ຈັບ​ພິນ​ຂອງຕົນ​ຂຶ້ນ​ມາ​ດີດ​ເມື່ອນັ້ນ ແລ້ວ​ວິນຍານ​ຊົ່ວຮ້າຍ​ກໍ​ອອກ​ໜີໄປ. ກະສັດ​ໂຊນ​ຈຶ່ງ​ຮູ້ສຶກ​ສະບາຍ​ຂຶ້ນ ແລະ​ເປັນ​ປົກກະຕິ​ອີກ.


ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ​ຜູ້​ທີ່​ເປັນ​ຊາວ​ເອຟະຣາທາ ຈາກ​ເມືອງ​ເບັດເລເຮັມ​ໃນ​ແຂວງ​ຢູດາຍ. ເຢຊີ​ມີ​ລູກຊາຍ​ແປດ​ຄົນ. ໃນ​ສະໄໝ​ທີ່​ໂຊນ​ເປັນ​ກະສັດ ເຢຊີ​ກໍ​ເຖົ້າແກ່​ຫລາຍ​ແລ້ວ.


“ມື້ອື່ນ ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ສົ່ງ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ມາ​ຫາ​ເຈົ້າ; ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ​ໃຫ້​ເປັນ​ກະສັດ ເພື່ອ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ; ແລະ​ລາວ​ຈະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ. ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ໄດ້ຍິນ​ສຽງ​ຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka