Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 15:9 - ພຣະຄຳພີສັກສິ

9 ແຕ່​ກະສັດ​ໂຊນ​ແລະ​ທະຫານ​ຂອງ​ເພິ່ນ​ປ່ອຍ​ໃຫ້​ເຈົ້າ​ອາກາ​ມີ​ຊີວິດ​ຢູ່ ທັງ​ບໍ່ໄດ້​ຂ້າ​ແກະ​ແລະ​ງົວ​ໂຕ​ທີ່​ຕຸ້ຍພີ​ດີ ພ້ອມ​ດ້ວຍ​ລູກ​ງົວ ແລະ​ລູກແກະ​ໂຕ​ທີ່​ຈົບງາມ​ທີ່ສຸດ ແລະ​ບໍ່ໄດ້​ທຳລາຍ​ສິ່ງ​ທີ່​ມີຄ່າ. ພວກເຂົາ​ໄດ້​ທຳລາຍ​ແຕ່​ສິ່ງ​ທີ່​ບໍ່ມີ​ປະໂຫຍດ ແລະ​ບໍ່ມີ​ຄຸນຄ່າ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 15:9
10 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ຍ່າງ​ອອກ​ໄປ​ໄດ້​ຫົກ​ກ້າວ ກະສັດ​ດາວິດ​ກໍ​ບອກ​ໃຫ້​ພວກເຂົາ​ຢຸດ ໃນ​ຂະນະທີ່​ເພິ່ນ​ເອົາ​ງົວເຖິກ​ແລະ​ງົວເຖິກໜຸ່ມ​ໂຕ​ຕຸ້ຍພີ​ດີ​ມາ​ຖວາຍບູຊາ.


ກະສັດ​ເບັນຮາດາດ​ກ່າວ​ແກ່​ເພິ່ນ​ວ່າ, “ຂ້າພະເຈົ້າ​ຈະ​ເອົາ​ເມືອງ​ທີ່​ພໍ່​ຂອງ​ຂ້າພະເຈົ້າ ຢຶດເອົາ​ຈາກ​ພໍ່​ຂອງທ່ານ​ນັ້ນ​ຄືນ​ໃຫ້​ທ່ານ ເພື່ອ​ທ່ານ​ຈະ​ໄດ້​ສ້າງ​ສູນ​ການຄ້າ​ຂອງທ່ານ​ໄວ້​ໃນ​ເມືອງ​ດາມັສກັດ ດັ່ງ​ທີ່​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ສ້າງ​ໄວ້​ທີ່​ເມືອງ​ຊາມາເຣຍ.” ກະສັດ​ອາຮາບ​ຕອບ​ວ່າ, “ເພາະ​ເງື່ອນໄຂ​ນີ້ ຂ້າພະເຈົ້າ​ຈະ​ປ່ອຍ​ທ່ານ​ໄປ.” ເພິ່ນ​ເຮັດ​ຂໍ້​ຕົກລົງ​ກັບ​ກະສັດ​ເບັນຮາດາດ ແລ້ວ​ກໍ​ປ່ອຍ​ເພິ່ນ​ໄປ.


ເພາະ​ຖ້າ​ຂາຍ​ນໍ້າມັນ​ຫອມ​ນີ້​ກໍ​ຄົງ​ໄດ້​ເງິນ​ຫລວງຫລາຍ ແລະ​ເອົາ​ໄປ​ແຈກ​ທານ​ໃຫ້​ຄົນ​ຍາກຈົນ​ກໍໄດ້.”


ແຕ່​ພວກເຈົ້າ​ຢ່າ​ໄດ້​ຈັບ​ເອົາ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໃຫ້​ທຳລາຍ ຖ້າ​ພວກເຈົ້າ​ເອົາ​ສິ່ງ​ເຫຼົ່ານັ້ນ​ໄປ ພວກເຈົ້າ​ກໍ​ຈະ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ກັບ​ຄວາມ​ຈິບຫາຍ ມາ​ສູ່​ຄ້າຍພັກ​ຂອງ​ຊາວ​ອິດສະຣາເອນ.


ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຊາມູເອນ​ວ່າ,


ກະສັດ​ໂຊນ​ຕອບ​ວ່າ, “ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ສັດ​ເຫຼົ່ານັ້ນ​ມາ​ຈາກ​ຊາວ​ອາມາເຫຼັກ. ພວກເຂົາ​ໄດ້​ເອົາ​ແກະ​ແລະ​ງົວ​ໂຕ​ດີທີ່ສຸດ​ໄວ້ ເພື່ອ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ ພວກເຮົາ​ໄດ້​ທຳລາຍ​ຖິ້ມ​ໝົດ.”


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ? ເປັນຫຍັງ​ຈຶ່ງ​ຢຶດເອົາ​ສິ່ງຂອງ​ເຫຼົ່ານີ້ ແລະ​ເຮັດ​ໃນ​ສິ່ງ​ທີ່​ບໍ່ດີ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ?”


ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’


ເຈົ້າ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ທຳລາຍ​ພວກ​ອາມາເຫຼັກ​ໃຫ້​ກ້ຽງ ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ​ນັ້ນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ປະຕິບັດ​ຕໍ່​ເຈົ້າ​ເຊັ່ນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka