8 ເພິ່ນຈັບເຈົ້າອາກາກະສັດແຫ່ງອາມາເຫຼັກໄດ້ທັງເປັນ ແລະໄດ້ຂ້າປະຊາຊົນທັງໝົດຖິ້ມ.
ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ, ອາມາເຫຼັກ ແລະຕະຫລອດທັງຂອງທີ່ປຸ້ນສະດົມມາໄດ້ຈາກເຈົ້າຮາດາເດເຊລູກຊາຍຂອງເຣໂຮບແຫ່ງໂຊບານັ້ນດ້ວຍ.
ສ່ວນພວກທີ່ລອດຕາຍນັ້ນໄດ້ປົບໜີໄປເມືອງອາເຟັກ, ແຕ່ພວກນີ້ໄດ້ຖືກກຳແພງເຈື່ອນທັບຕາຍຊາວເຈັດພັນຄົນ. ກະສັດເບັນຮາດາດໄດ້ປົບໜີໄປໃນເມືອງນັ້ນເຊັ່ນດຽວກັນ ແລະເຂົ້າໄປລີ້ຢູ່ທາງຫລັງຫ້ອງຂອງເຮືອນຫລັງໜຶ່ງ.
ຢູ່ໃນທີ່ນັ້ນ ພວກເຂົາໄດ້ສັງຫານຊາວອາມາເຫຼັກຜູ້ທີ່ລອດຊີວິດມາໄດ້ ແລະໄດ້ອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້.
ໃນເວລາຕໍ່ມາ ກະສັດເຊເຊັດໄດ້ເລື່ອນຊັ້ນຊາຍຄົນໜຶ່ງຊື່ວ່າຮາມານເປັນລູກຊາຍຂອງຮາມເມດາທາ ເປັນເຊື້ອສາຍຄົນໜຶ່ງຂອງອາກັກ. ໃຫ້ມີຕຳແໜ່ງສູງຂື້ນແລະໃຫ້ນັ່ງສູງກວ່າເຈົ້ານາຍທັງຫລາຍທີ່ຢູ່ນຳກັນ.
ແມ່ນແຕ່ມະນຸດຜູ້ທີ່ໄດ້ຖວາຍຕົວແລ້ວ ກໍຈະໄຖ່ຕົວຄືນມາບໍ່ໄດ້ເດັດຂາດ; ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ.
ພວກເຂົາຈະໄດ້ຮັບ ນໍ້າຝົນຢ່າງອຸດົມສົມບູນຫລາຍ ແລະປູກພືດພັນໃນນາ ທີ່ມີນໍ້າຢ່າງດີລໍ່ລ້ຽງ. ກະສັດຂອງພວກເຂົານັ້ນ ຈະຍິ່ງໃຫຍ່ກວ່າເຈົ້າອາກາ ແລະອຳນາດການປົກຄອງ ຈະຂະຫຍາຍຢ່າງໄກກວ້າງ.
ເພິ່ນຢຶດຄອງເມືອງແລະຈັບກະສັດ ແລະຢຶດເອົາບັນດາເມືອງທີ່ຢູ່ໃກ້ຄຽງ. ເພິ່ນຂ້າທຸກໆຄົນໃນທີ່ນັ້ນ. ໂຢຊວຍໄດ້ເຮັດຕໍ່ເມືອງເດບີ ເໝືອນດັ່ງທີ່ເພິ່ນໄດ້ເຮັດຕໍ່ເມືອງເຮັບໂຣນແລະລິບນາ ຕະຫລອດທັງກະສັດໃນເມືອງເຫຼົ່ານີ້ດ້ວຍ.
ໂຢຊວຍໄດ້ຢຶດຄອງເມືອງຕ່າງໆ ທັງຈັບເອົາກະສັດຂອງເມືອງເຫຼົ່ານີ້. ເພິ່ນໄດ້ຂ້າທຸກໆຄົນຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້.
ນອກຈາກກະສັດແຫ່ງອາອີເທົ່ານັ້ນທີ່ພວກເຂົາໄລ່ຈັບໄດ້ ແລະນຳຕົວມາຫາໂຢຊວຍ.
ກະສັດໂຊນຕອບວ່າ, “ຂ້າພະເຈົ້າໄດ້ເຊື່ອຟັງພຣະເຈົ້າຢາເວ ຂ້າພະເຈົ້າໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂດຍຈັບກະສັດອາກາ ແລະຂ້າຊາວອາມາເຫຼັກທຸກຄົນຖິ້ມ.
ຈົ່ງໄປໂຈມຕີຊາວອາມາເຫຼັກ ແລະທຳລາຍທຸກຢ່າງທີ່ພວກເຂົາມີຢູ່ນັ້ນໃຫ້ໝົດ. ຢ່າໃຫ້ສິ່ງໃດສິ່ງໜຶ່ງເຫຼືອຢູ່ເລີຍ. ຈົ່ງຂ້າຜູ້ຊາຍຜູ້ຍິງ, ແອນ້ອຍທີ່ຫາກໍເກີດໃໝ່ກັບເດັກນ້ອຍທຸກຄົນຖິ້ມ ຕະຫລອດທັງຝູງງົວ, ຝູງແກະ, ຝູງອູດ ແລະຝູງລໍດ້ວຍ.”’
ກະສັດໂຊນຍັງໄດ້ສັ່ງໃຫ້ຂ້າຊາວເມືອງໂນບທັງໝົດຖິ້ມ ຊຶ່ງເປັນເມືອງຂອງບັນດາປະໂຣຫິດ ເຊັ່ນ: ຊາຍແລະຍິງ, ເດັກເກີດໃໝ່ແລະເດັກນ້ອຍ, ງົວ, ລໍ ແລະແກະທັງໝົດໄດ້ຖືກຂ້າຖິ້ມ.
ສອງມື້ຕໍ່ມາ ດາວິດພ້ອມກັບຄົນທັງຫລາຍຂອງຕົນກໍໄດ້ກັບຄືນມາຮອດເມືອງຊິກລັກ. ພວກອາມາເຫຼັກໄດ້ມາຫລອນປຸ້ນທາງພາກໃຕ້ຂອງຢູດາຍ ແລະໂຈມຕີເມືອງຊິກລັກ. ພວກເຂົາໄດ້ຈູດເມືອງຖິ້ມ