Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 15:6 - ພຣະຄຳພີສັກສິ

6 ເພິ່ນ​ໄດ້​ສົ່ງ​ຄຳເຕືອນ​ໄປ​ບອກ​ຊາວ​ເກນິດ ປະຊາຊົນ​ພວກ​ໜຶ່ງ​ຊຶ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ຊາວ​ອິດສະຣາເອນ ໃນ​ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ, “ໃຫ້​ໜີ​ຈາກ​ຊາວ​ອາມາເຫຼັກ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ຂ້າ​ພວກເຈົ້າ​ພ້ອມ​ກັບ​ພວກເຂົາ.” ສະນັ້ນ ຊາວ​ເກນິດ​ຈຶ່ງ​ພາກັນ​ໜີໄປ.

Uka jalj uñjjattʼäta Copia luraña




1 ຊາມູເອນ 15:6
21 Jak'a apnaqawi uñst'ayäwi  

ລວມທັງ​ດິນແດນ​ຂອງ​ພວກ​ເກນິດ, ເກນິດຊີ, ກັດໂມ,


ແນ່ນອນ​ທີ່ສຸດ ພຣະອົງ​ຈະ​ບໍ່​ຂ້າ​ຄົນ​ຊອບທຳ​ພ້ອມ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້ ພຣະອົງ​ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ. ຖ້າ​ພຣະອົງ​ເຮັດ ຄົນ​ຊອບທຳ​ກໍ​ຈະ​ຖືກ​ລົງໂທດ ເຊັ່ນດຽວ​ກັນ​ກັບ​ຄົນ​ອະທຳ ເປັນ​ໄປ​ບໍ່ໄດ້. ຜູ້​ພິພາກສາ​ໂລກ​ຕ້ອງ​ເຮັດ​ທຸກສິ່ງ​ຢ່າງ​ຍຸດຕິທຳ.”


ຕະກຸນ​ຕ່າງໆ​ຂອງ​ຜູ້​ຊ່ຽວຊານ​ທາງການຂຽນ ແລະ​ລອກ​ເອກະສານ ທີ່​ອາໄສ​ຢູ່​ຕາມ​ເມືອງ​ຢາເບດ ມີ​ດັ່ງນີ້: ຕີຣາດ, ຊີເມອາດ ແລະ​ສູກາດ. ພວກເຂົາ​ແມ່ນ​ຊາວ​ເກນິດ ທີ່​ໄດ້​ແຕ່ງງານ​ກັບ​ຊາວ​ເຣກາບ.


ບັດນີ້ ຂ້ອຍ​ຂໍ​ໃຫ້​ຄຳແນະນຳ​ທີ່​ດີ​ແກ່​ເຈົ້າ ແລະ​ພຣະເຈົ້າ​ຈະ​ສະຖິດ​ຢູ່​ກັບ​ເຈົ້າ. ເປັນ​ການ​ຖືກຕ້ອງ​ທີ່​ເຈົ້າ​ເປັນ​ຜູ້​ແທນ​ຂອງ​ປະຊາຊົນ​ຕໍ່​ພຣະເຈົ້າ ແລະ​ນຳ​ການ​ໂຕ້ຖຽງ​ກັນ​ສະເໜີ​ຕໍ່​ພຣະເຈົ້າ.


ຈົ່ງ​ໜີ​ຈາກ​ໝູ່​ທີ່​ໂງ່ຈ້າ​ນັ້ນ​ສາ ແລ້ວ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົ່ງ​ເດີນ​ຕາມ​ທາງ​ແຫ່ງ​ຄວາມ​ຮອບຮູ້.”


ປະຊາຊົນ​ອິດສະຣາເອນ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ ໄດ້​ແລ່ນ​ປົບໜີໄປ ເມື່ອ​ໄດ້ຍິນ​ສຽງ​ຮ້ອງ​ຂອງ​ຄົນ​ເຫຼົ່ານັ້ນ. ປະຊາຊົນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ແລ່ນ​ໜີ​ໄວໆ! ພື້ນດິນ​ອາດ​ຍະ​ກືນກິນ​ພວກເຮົາ​ເໝືອນກັນ​ກໍໄດ້.”


ແລ້ວ​ເປໂຕ​ກໍ​ສັ່ງ ແລະ​ຕັກເຕືອນ​ໜູນໃຈ​ພວກເຂົາ​ຕື່ມ​ອີກ​ຫລາຍ​ປະການ ເພິ່ນ​ກ່າວ​ວ່າ, “ຈົ່ງ​ເອົາ​ຕົວ​ລອດພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດໂກງ​ນີ້​ເສຍ.”


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ສຳແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ໂອເນຊີໂຟໂຣ ເພາະ​ເພິ່ນ​ໄດ້​ໜູນ​ຈິດໃຈ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພິ່ນ​ບໍ່ໄດ້​ລະອາຍ​ທີ່​ເຮົາ​ຖືກ​ຄຸກ,


ພວກເຂົາ​ກ່າວ​ວ່າ, “ຜົນ​ທຸກຢ່າງ​ທີ່​ໃຈ​ເຈົ້າ​ປາຖະໜາ​ຢາກ​ໄດ້​ນັ້ນ ກໍ​ສູນຫາຍ​ໄປ​ແລ້ວ ສິ່ງສາລະພັດ​ອັນ​ມີ​ຄ່າ​ແລະ​ຄວາມ​ສວຍສົດ​ງົດງາມ ກໍ​ສູນເສຍ​ໄປ​ຈາກ​ເຈົ້າ​ແລ້ວ ແລະ​ເຈົ້າ​ຈະ​ບໍ່​ພົບ​ເຫັນ​ອີກ​ຈັກເທື່ອ.”


ເຊື້ອສາຍ​ຂອງ​ພໍ່ເຖົ້າ​ໂມເຊ ຊາວ​ເກນິດ ໄດ້​ອອກ​ຈາກ​ເຢຣິໂກ​ເມືອງ​ທີ່​ມີ​ຕົ້ນ​ຕານ ໄປ​ກັບ​ຊາວ​ຢູດາ​ສູ່​ຖິ່ນ​ແຫ້ງແລ້ງ​ທີ່​ຢູ່​ທາງ​ເຂດ​ພາກໃຕ້​ຂອງ​ອາຣາດ. ພວກເຂົາ​ໄດ້​ເດີນທາງ​ຮ່ວມ​ກັບ​ຊາວ​ຢູດາ ໄປ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ທ່າມກາງ​ຊາວ​ອາມາເຫຼັກ.


ໃນ​ຂະນະນັ້ນ ເຮເບ​ຊາວ​ເກນິດ​ໄດ້​ຕັ້ງ​ຜ້າເຕັນ​ພັກ​ຢູ່​ໃຕ້​ຕົ້ນໂອກ​ໃຫຍ່ ທີ່​ຊາອານັນນິມ​ໃກ້​ກັບ​ເມືອງ​ເກເດັດ. ລາວ​ໄດ້​ຍ້າຍ​ໜີ​ຈາກ​ພວກ​ເກນິດ​ຄົນອື່ນໆ ທີ່​ເປັນ​ເຊື້ອສາຍ​ຂອງ​ໂຮບັບ​ພໍ່ເຖົ້າ​ຂອງ​ໂມເຊ.


ຍິງ​ທີ່​ໄດ້​ຮັບ​ພອນ​ຫລາຍກວ່າ​ຄື​ນາງ​ຢາເອນ ເມຍ​ຂອງ​ເຮເບ​ຊາວ​ເກນິດ ຜູ້​ອາໄສ​ຢູ່​ໃນ​ຜ້າເຕັນ​ນັ້ນ.


ເພິ່ນ​ເອງ​ພ້ອມ​ທັງ​ກອງທັບ​ໄດ້​ໄປ​ທີ່​ເມືອງ​ອາມາເຫຼັກ ແລະ​ດັກສະກັດ​ເພື່ອ​ຫລອນ​ໂຈມຕີ​ຢູ່​ຕາມ​ຮ່ອມ​ຫ້ວຍ​ທີ່​ແຫ້ງແລ້ງ.


ເຈົ້າ​ອາກີເຊ​ໄດ້​ຖາມ​ເພິ່ນ​ວ່າ, “ໃນ​ເທື່ອ​ນີ້ ເຈົ້າ​ໄປ​ຫລອນ​ໂຈມຕີ​ຢູ່​ທາງ​ໃດ?” ດາວິດ​ຕອບ​ເພິ່ນ​ວ່າ, “ໄປ​ທາງໃຕ້​ຂອງ​ຢູດາຍ ຫລື​ເຂດແດນ​ຂອງ​ເຜົ່າ​ເຢຣາເມເອນ ຫລື​ເຂດແດນ​ທີ່​ຊາວ​ເກນິດ​ອາໄສ​ຢູ່.”


ຣາການ; ສົ່ງ​ໃຫ້​ຕະກຸນ​ເຢຣາເມເອນ, ໃຫ້​ຊາວ​ເກນິດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka