Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 15:16 - ພຣະຄຳພີສັກສິ

16 ຊາມູເອນ​ສັ່ງ​ວ່າ, “ຢຸດ ຂ້າພະເຈົ້າ​ຈະ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ໃນ​ຄືນນີ້.” ກະສັດ​ໂຊນ​ກ່າວ​ວ່າ, “ບອກ​ຂ້າພະເຈົ້າ​ມາ​ເບິ່ງດູ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 15:16
8 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ອາຮີຢາ​ໄດ້ຍິນ​ສຽງ​ບາດ​ຕີນ​ຂອງ​ນາງ​ມາຮອດ​ທີ່​ປະຕູ​ແລ້ວ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເຂົ້າ​ມາ​ທາງ​ໃນ​ພີ້ ຂ້ອຍ​ຮູ້​ວ່າ​ເຈົ້າ​ເປັນ​ເມຍ​ຂອງ​ເຢໂຣໂບອາມ ເປັນຫຍັງ​ຈຶ່ງ​ທຳທ່າ​ເປັນ​ຄົນອື່ນ? ຂ້ອຍ​ມີ​ຂ່າວ​ຮ້າຍ​ທີ່​ຈະ​ບອກ​ເຈົ້າ.


ແຕ່​ກະສັດ​ອາຮາບ​ຕອບ​ຄືນ​ວ່າ, “ເມື່ອ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ຈັກເທື່ອ​ແລ້ວ.”


ແລ້ວ​ເອຊາຢາ​ກໍ​ບອກ​ກະສັດ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ


ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ຖ້ອຍຄຳ​ນີ້ ໃຫ້​ແກ່​ກະສັດ​ເຊເດກີຢາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ


ບັດນີ້ ຈົ່ງ​ຢືນ​ຢູ່​ກັບ​ທີ່​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ແລະ​ຂ້າພະເຈົ້າ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະເຈົ້າຢາເວ ໂດຍ​ຕັກເຕືອນ​ພວກເຈົ້າ ໃຫ້​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເພື່ອ​ຊ່ວຍ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ໃຫ້​ພົ້ນ.


ກະສັດ​ໂຊນ​ຕອບ​ວ່າ, “ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ສັດ​ເຫຼົ່ານັ້ນ​ມາ​ຈາກ​ຊາວ​ອາມາເຫຼັກ. ພວກເຂົາ​ໄດ້​ເອົາ​ແກະ​ແລະ​ງົວ​ໂຕ​ດີທີ່ສຸດ​ໄວ້ ເພື່ອ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ ພວກເຮົາ​ໄດ້​ທຳລາຍ​ຖິ້ມ​ໝົດ.”


ຊາມູເອນ​ກ່າວ​ວ່າ, “ເຖິງ​ແມ່ນ​ເຈົ້າ​ຖື​ຕົນເອງ​ວ່າ​ບໍ່ມີ​ຄວາມ​ສຳຄັນ​ກໍຕາມ ແຕ່​ເຈົ້າ​ກໍ​ເປັນ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ພຣະເຈົ້າຢາເວ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈົ້າ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ


ເມື່ອ​ມາ​ຮອດ​ແຄມ​ເມືອງ ຊາມູເອນ​ກໍ​ກ່າວ​ແກ່​ໂຊນ​ວ່າ, “ຈົ່ງ​ບອກ​ຄົນ​ຮັບໃຊ້​ໃຫ້​ໄປ​ກ່ອນ​ເຈົ້າ​ສາ.” ຄົນ​ຮັບໃຊ້​ຈຶ່ງ​ອອກ​ເດີນທາງ​ໄປ​ກ່ອນ. ຊາມູເອນ​ກ່າວ​ຕໍ່ໄປ​ວ່າ, “ຢຸດ​ຢູ່​ນີ້​ຈັກ​ໜ້ອຍ​ກ່ອນ​ເທາະ ແລ້ວ​ຂ້ອຍ​ຈະ​ບອກ​ເຈົ້າ​ຮູ້​ຖ້ອຍຄຳ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka