Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 15:13 - ພຣະຄຳພີສັກສິ

13 ເມື່ອ​ຊາມູເອນ​ໄປ​ຮອດ ກະສັດ​ໂຊນ​ໄດ້​ສະແດງ​ຄວາມ​ຄຳນັບ​ຕໍ່​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຊາມູເອນ​ເອີຍ ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເທີ້ນ ຂ້າພະເຈົ້າ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ແລ້ວ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 15:13
17 Jak'a apnaqawi uñst'ayäwi  

ໂດຍ​ກ່າວ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ສູງສຸດ ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ;


ຜູ້ຊາຍ​ຕອບ​ວ່າ, “ຜູ້ຍິງ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ຍື່ນ​ໝາກໄມ້​ໃຫ້​ຂ້ານ້ອຍ​ກິນ ແລະ​ຂ້ານ້ອຍ​ກໍໄດ້​ກິນ.”


ເພິ່ນ​ຈຶ່ງ​ສົ່ງ​ບາງຄົນ​ໄປ​ທີ່​ນັ້ນ ເພື່ອ​ນຳ​ຂ່າວ​ໄປ​ບອກ​ຊາວ​ຢາເບັດ​ກີເລອາດ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກທ່ານ ສຳລັບ​ຄວາມ​ຈົງຮັກ​ພັກດີ ທີ່​ມີ​ຕໍ່​ກະສັດ​ຂອງ​ພວກທ່ານ​ໂດຍ​ໄດ້​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້.


ໃຫ້​ຄົນອື່ນ​ຍ້ອງ​ເຈົ້າ ແລະ​ຢ່າ​ສູ່​ຍ້ອງ​ຕົນເອງ​ຈັກເທື່ອ ຄົນ​ແປກໜ້າ​ຍ້ອງ​ເຈົ້າ ກໍ​ດີກວ່າ​ເຈົ້າ​ຍ້ອງ​ເຈົ້າ​ເອງ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ຜູ້​ທີ່​ຄິດ​ວ່າ​ຕົນ​ເປັນ​ຄົນ​ດີເລີດ ດີເລີດ​ສໍ່າໃດ​ກັນເດ ຄົນ​ຢ່າງນີ້​ກໍມີ.


ສິ່ງ​ທັງໝົດ​ທີ່​ນາງ​ໄດ້​ເຮັດ​ນັ້ນ ກໍ​ເປັນ​ທີ່​ໄວ້ວາງໃຈ ນາງ​ສົມຄວນ​ໄດ້​ຮັບ​ຄວາມນັບຖື​ຈາກ​ທຸກໆຄົນ.


ສຳລັບ​ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ພວກເຈົ້າ​ປະຕິບັດ​ທຸກຢ່າງ ຕາມ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ ຈົ່ງ​ເວົ້າ​ວ່າ, ‘ພວກ​ຂ້ານ້ອຍ​ເປັນ​ຄົນ​ຮັບໃຊ້​ທີ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ເພາະ​ພຽງແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ເທົ່ານັ້ນ.”’


ຄົນ​ຟາຣີຊາຍ​ຢືນ​ນຶກ​ໃນ​ໃຈ ແລະ​ພາວັນນາ​ອະທິຖານ ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ຂ້ານ້ອຍ​ບໍ່​ເປັນ​ດັ່ງ​ຄົນອື່ນໆ​ທີ່​ເປັນ​ຄົນ​ໂລບ, ຄົນ​ບໍ່​ສັດຊື່ ຫລື​ຄົນ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້​ອື່ນ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ບໍ່​ເປັນ​ດັ່ງ​ຄົນ​ເກັບພາສີ​ຜູ້​ນັ້ນ.


ລາວ​ເວົ້າ​ຕໍ່​ແມ່​ຂອງ​ລາວ​ວ່າ, “ເວລາ​ຄົນ​ລັກ​ເອົາ​ເງິນ​ໜຶ່ງພັນໜຶ່ງຮ້ອຍ​ຫລຽນ ຂອງ​ແມ່​ໄປ​ນັ້ນ ລູກ​ໄດ້ຍິນ​ວ່າ​ແມ່​ສາບແຊ່ງ​ຄົນ​ຂີ້ລັກ. ນີ້ເດ ເງິນ​ຈຳນວນ​ນັ້ນ ລູກ​ເອງ​ເປັນ​ຜູ້​ເອົາ​ໄປ.” ແມ່​ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ລູກເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ເຖີດ”


ເພິ່ນ​ກ່າວ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ເຖີດ ເຈົ້າ​ສະແດງ​ຄວາມ​ສັດຊື່​ຕໍ່​ຄອບຄົວ​ໃນຄັ້ງນີ້ ກໍ​ຍິ່ງໃຫຍ່​ກວ່າ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ຍ່າ​ຂອງ​ເຈົ້າ. ເຈົ້າ​ອາດ​ຊອກຫາ​ຊາຍໜຸ່ມ​ທີ່​ຮັ່ງມີ​ຫລື​ຍາກຈົນ​ກໍໄດ້ ແຕ່​ເຈົ້າ​ບໍ່ໄດ້​ເຮັດ.


ແລະ​ພໍ​ໝົດ​ພິທີ​ແລ້ວ ຊາມູເອນ​ກໍ​ມາ​ເຖິງ. ກະສັດ​ໂຊນ​ຈຶ່ງ​ອອກ​ໄປ​ຕ້ອນຮັບ​ເພິ່ນ


“ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.


ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ຂ້າພະເຈົ້າ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂດຍ​ຈັບ​ກະສັດ​ອາກາ ແລະ​ຂ້າ​ຊາວ​ອາມາເຫຼັກ​ທຸກຄົນ​ຖິ້ມ.


ແຕ່​ກະສັດ​ໂຊນ​ແລະ​ທະຫານ​ຂອງ​ເພິ່ນ​ປ່ອຍ​ໃຫ້​ເຈົ້າ​ອາກາ​ມີ​ຊີວິດ​ຢູ່ ທັງ​ບໍ່ໄດ້​ຂ້າ​ແກະ​ແລະ​ງົວ​ໂຕ​ທີ່​ຕຸ້ຍພີ​ດີ ພ້ອມ​ດ້ວຍ​ລູກ​ງົວ ແລະ​ລູກແກະ​ໂຕ​ທີ່​ຈົບງາມ​ທີ່ສຸດ ແລະ​ບໍ່ໄດ້​ທຳລາຍ​ສິ່ງ​ທີ່​ມີຄ່າ. ພວກເຂົາ​ໄດ້​ທຳລາຍ​ແຕ່​ສິ່ງ​ທີ່​ບໍ່ມີ​ປະໂຫຍດ ແລະ​ບໍ່ມີ​ຄຸນຄ່າ​ເທົ່ານັ້ນ.


ກະສັດ​ໂຊນ​ຕອບ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກເຈົ້າ​ທີ່​ມີ​ນໍ້າໃຈ​ອັນ​ດີ​ຕໍ່​ເຮົາ.


ຕໍ່ມາ ຄົນ​ຮັບໃຊ້​ນາບານ​ຜູ້ໜຶ່ງ​ໄດ້​ມາ​ບອກ​ອາບີກາຍ​ເມຍ​ຂອງ​ນາບານ​ວ່າ, “ຍານາງ​ໄດ້ຍິນ​ບໍ​ວ່າ ດາວິດ​ໄດ້​ສົ່ງ​ຄົນ​ຂອງ​ເພິ່ນ​ມາ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ນຳ​ເອົາ​ຄວາມ​ຢື້ຢາມ​ຖາມຂ່າວ​ມາ​ເຖິງ​ນາຍ​ຂອງ​ພວກເຮົາ, ແຕ່​ເພິ່ນ​ຊໍ້າ​ພັດ​ໝິ່ນປະໝາດ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka