Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 15:11 - ພຣະຄຳພີສັກສິ

11 “ເຮົາ​ເສຍໃຈ​ຫລາຍ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ. ລາວ​ຫັນໜີ​ຈາກ​ເຮົາ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ.” ສ່ວນ​ຊາມູເອນ​ກໍ​ໃຈຮ້າຍ​ດ້ວຍ ຈຶ່ງ​ພາວັນນາ​ອະທິຖານ​ຂໍ​ກັບ​ພຣະເຈົ້າຢາເວ​ຕະຫລອດ​ຄືນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 15:11
44 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈຶ່ງ​ເສຍ​ໃຈ​ຫລາຍ​ທີ່​ໄດ້​ສ້າງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ຢູ່​ເທິງ​ແຜ່ນດິນ​ໂລກ ພຣະອົງ​ກິນແໜງ​ໃຈ​ຫລາຍ


ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ມະນຸດ​ເຫຼົ່ານີ້ ທີ່​ເຮົາ​ໄດ້​ສ້າງ​ມາ​ພ້ອມ​ກັບ​ສັດ​ທັງຫລາຍ ແລະ​ນົກ​ຕ່າງໆ​ເພາະ​ເຮົາ​ເສຍໃຈ​ທີ່​ໄດ້​ສ້າງ​ພວກເຂົາ.”


ໃນ​ຂະນະທີ່​ເທວະດາ​ເກືອບ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະເຈົ້າຢາເວ​ປ່ຽນໃຈ​ເຖິງ​ການ​ລົງໂທດ​ປະຊາຊົນ. ພຣະອົງ​ສັ່ງ​ເທວະດາ​ທີ່​ກຳລັງ​ຂ້າ​ພວກເຂົາ​ຢູ່​ນັ້ນ​ວ່າ, “ຢຸດ! ສໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ກັບ​ລານ​ຟາດເຂົ້າ​ຂອງ​ອາໂຣນາ ຊາວ​ເຢບຸດ.


ແມ່ນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ປາກົດ​ຕໍ່​ໂຊໂລໂມນ​ເຖິງ​ສອງ​ຄັ້ງ ແລະ​ສັ່ງ​ເພິ່ນ​ບໍ່​ໃຫ້​ຂາບໄຫວ້​ບັນດາ​ພະ​ຕ່າງຊາດ​ກໍຕາມ; ໂຊໂລໂມນ​ກໍ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ເພິ່ນ ເພິ່ນ​ໄດ້​ຫັນໜີ​ຈາກ​ພຣະອົງ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຄຽດຮ້າຍ​ກະສັດ​ໂຊໂລໂມນ


ກະສັດ​ໂຊນ​ໄດ້​ຕາຍໄປ​ກໍ​ເພາະ​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເພິ່ນ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ປຶກສາ​ນຳ​ວິນຍານ​ຂອງ​ຄົນ​ຕາຍ


ແລ້ວ​ພຣະເຈົ້າ​ກໍ​ສົ່ງ​ເທວະດາ​ມາ​ເພື່ອ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ ແຕ່​ພຣະເຈົ້າຢາເວ​ປ່ຽນໃຈ​ແລະ​ສັ່ງ​ເທວະດາ​ວ່າ, “ຢຸດ! ຊໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.


ເພາະ​ເຂົາ​ຍົກເລີກ​ທີ່​ຈະ​ຕິດຕາມ​ພຣະອົງ​ໄປ ແລະ​ບໍ່ໄດ້​ໃສ່ໃຈ​ຕໍ່​ຂໍ້​ບັນຊາ​ຂອງ​ພຣະເຈົ້າ.


ພວກເຂົາ​ຕໍ່ຕ້ານ​ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຮັກ​ພວກເຂົາ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ ຢູ່​ບໍ່​ຂາດ.


ພຣະເຈົ້າຢາເວ​ສັນຍາ​ໄວ້​ຢ່າງ​ເດັດດ່ຽວ ພຣະອົງ​ຈະ​ບໍ່​ຄືນ​ຄຳ​ເປັນ​ຈັກເທື່ອ ຄື​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ​ສືບໆໄປ ຕາມ​ແບບ​ດຽວ​ກັນ​ກັບ​ເມຄີເຊເດັກ.”


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ແຕ່​ບັນດາ​ຜູ້​ທີ່​ດຳເນີນ​ຕາມ​ທາງຄົດ​ຂອງ​ເຂົາ ພຣະເຈົ້າຢາເວ​ກໍ​ຈະ​ຊົງ​ລົງໂທດ​ເຂົາ ພ້ອມ​ກັບ​ການກະທຳ​ຊົ່ວ​ຂອງ​ເຂົາເອງ. ຂໍ​ໃຫ້​ຊົນຊາດ​ອິດສະຣາເອນ ຈົ່ງ​ມີ​ແຕ່​ຄວາມສຸກ​ເທີ້ນ.


ຄຳເວົ້າ​ຂອງ​ພວກເຂົາ​ຊົ່ວຊ້າ​ເຕັມ​ໄປ​ດ້ວຍ​ຄຳຕົວະ ບໍ່​ເຮັດ​ສິ່ງ​ທີ່​ສະຫລາດ ແລະ​ບໍ່​ເຮັດ​ສິ່ງ​ດີ​ຕໍ່ໄປ​ອີກ.


ພວກເຂົາ​ໄດ້​ທົດລອງ​ພຣະເຈົ້າ​ຫລາຍເທື່ອ​ໂດຍ​ເຮັດ​ໃຫ້​ອົງ​ບໍຣິສຸດ ແຫ່ງ​ຊາດ​ອິດສະຣາເອນ​ຊອກຊໍ້າ.


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.


ແຕ່​ໂມເຊ​ໄດ້​ວິງວອນ​ຂໍ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຊ່ວຍ​ກູ້​ເອົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ແລະ​ມະຫັດສະຈັນ​ຂອງ​ພຣະອົງ?


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ປ່ຽນ​ການ​ຕັດສິນໃຈ ແລະ​ບໍ່ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.


ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.


ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ​ກ່າວ ຂ້າພະເຈົ້າ​ຈະ​ລີ້​ຮ້ອງໄຫ້​ຍ້ອນ​ພວກເຈົ້າ​ຈອງຫອງ. ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ນໍ້າຕາ​ຫລັ່ງໄຫລ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ແລ້ວ.


ແຕ່​ແລ້ວ​ພວກເຈົ້າ​ກໍໄດ້​ປ່ຽນໃຈ​ກັບ​ມາ​ລົບຫລູ່​ກຽດຕິຍົດ​ຂອງເຮົາ​ອີກ. ພວກເຈົ້າ​ທັງໝົດ​ໄດ້​ເອົາ​ທາດຮັບໃຊ້​ທີ່​ໄດ້​ຖືກ​ປົດປ່ອຍ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ນັ້ນ​ກັບ​ມາ ແລະ​ບັງຄັບ​ໃຫ້​ພວກເຂົາ​ເປັນ​ທາດຮັບໃຊ້​ອີກ.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ແລ້ວ​ປະຊາຊົນ​ກໍໄດ້​ພາກັນ​ເວົ້າ​ວ່າ, “ຈົ່ງ​ບອກ​ພວກເຂົາ​ຟ້າວ​ຮ້ອງເພງ​ປົງສົບ​ໃຫ້​ສາ ຈົນກວ່າ​ເບົ້າຕາ​ພວກເຮົາ​ນັ້ນ​ເຕັມ​ດ້ວຍ​ນໍ້າຕາ ແລະ​ຂົນຕາ​ພວກເຮົາ​ປຽກຊຸ່ມ​ເພາະ​ຮ້ອງໄຫ້.”


ແຕ່​ຖ້າ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ການ​ດີ ແລະ​ເລີ່ມ​ເຮັດ​ແຕ່​ການຊົ່ວ ຄື​ເຮັດ​ແຕ່​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ຄົນຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ເລີຍ. ລາວ​ຈະ​ຕາຍ ເພາະ​ຄວາມ​ບໍ່​ສັດຊື່​ແລະ​ການບາບ​ທີ່​ລາວ​ໄດ້​ເຮັດ.


ພຣະເຈົ້າຢາເວ​ໄດ້​ປ່ຽນໃຈ ແລະ​ກ່າວ​ວ່າ, “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຈະ​ບໍ່​ເກີດຂຶ້ນ.” ພຣະເຈົ້າຢາເວ​ໄດ້ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ພຣະເຈົ້າ​ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ພຣະອົງ​ເຫັນ​ວ່າ​ພວກເຂົາ​ເຊົາ​ປະພຶດ​ຊົ່ວ. ສະນັ້ນ ພຣະອົງ​ຈຶ່ງ​ປ່ຽນໃຈ​ແລະ​ບໍ່​ລົງໂທດ​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ກ່າວຂູ່​ໄວ້.


ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ແລ້ວ ກ່ອນ​ຈາກ​ເຮືອນ​ມາ​ບໍ່ແມ່ນ​ຫລື​ວ່າ ພຣະອົງ​ຈະ​ຕ້ອງ​ກະທຳ​ເຊັ່ນນີ້? ສະນັ້ນ ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ສຸດຂີດ ທີ່​ຈະ​ໜີໄປ​ຕາກຊິດ ເພາະ​ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ທີ່​ມີ​ຄວາມຮັກ​ແລະ​ມີ​ຄວາມ​ເມດຕາ ອົດທົນ​ສະເໝີ, ໃຈດີ​ສະເໝີ, ພ້ອມ​ທີ່​ຈະ​ປ່ຽນໃຈ​ສະເໝີ​ແລະ​ບໍ່​ລົງໂທດ.


ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”


ແຕ່​ຜູ້ໃດ​ທີ່​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ ແລະ​ພາວັນນາ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ເຈົ້າ,


ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.


ແຕ່​ຄົນ​ຊອບທຳ​ຂອງເຮົາ ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມເຊື່ອ ຖ້າ​ຄົນ​ໃດ​ຫາກ​ຫລົບ​ຖອຍຫລັງ ເຮົາ​ຈະ​ບໍ່​ພໍໃຈ​ໃນ​ຄົນ​ນັ້ນ.”


ແລ້ວ​ເວົ້າ​ຕໍ່​ພວກເຂົາ​ໃນ​ນາມ​ຊຸມນຸມຊົນ​ທັງໝົດ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ຊົ່ວຮ້າຍ​ຢ່າງ​ນີ້​ຕໍ່ສູ້​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ວັນນີ້​ໄດ້​ຫັນໜີ​ຈາກ​ພຣະເຈົ້າຢາເວ ໂດຍ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ຕົນເອງ​ຂື້ນ ຊຶ່ງ​ເປັນ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພວກເຈົ້າ​ບໍ່ໄດ້​ຕິດຕາມ​ພຣະອົງ​ຕໍ່ໄປ​ແລ້ວ?


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


ຊາມູເອນ​ຕອບ​ວ່າ, “ເປັນ​ການ​ໂງ່ຈ້າ​ທີ່ສຸດ​ທີ່​ເຮັດ​ເຊັ່ນນັ້ນ ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຈົ້າ. ຖ້າ​ເຈົ້າ​ເຊື່ອຟັງ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຊາມູເອນ​ວ່າ,


ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’


ຕະຫລອດ​ຊົ່ວຊີວິດ​ຂອງ​ຊາມູເອນ ເພິ່ນ​ບໍ່ໄດ້​ເຫັນ​ກະສັດ​ໂຊນ​ອີກ​ຈັກເທື່ອ ແຕ່​ເພິ່ນ​ຍັງ​ເສົ້າ​ສະຫລົດໃຈ​ນຳ​ກະສັດ​ໂຊນ​ຫລາຍ. ສ່ວນ​ພຣະເຈົ້າຢາເວ​ກໍ​ເສຍໃຈ ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ໃຫ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.


ແຕ່​ກະສັດ​ໂຊນ​ແລະ​ທະຫານ​ຂອງ​ເພິ່ນ​ປ່ອຍ​ໃຫ້​ເຈົ້າ​ອາກາ​ມີ​ຊີວິດ​ຢູ່ ທັງ​ບໍ່ໄດ້​ຂ້າ​ແກະ​ແລະ​ງົວ​ໂຕ​ທີ່​ຕຸ້ຍພີ​ດີ ພ້ອມ​ດ້ວຍ​ລູກ​ງົວ ແລະ​ລູກແກະ​ໂຕ​ທີ່​ຈົບງາມ​ທີ່ສຸດ ແລະ​ບໍ່ໄດ້​ທຳລາຍ​ສິ່ງ​ທີ່​ມີຄ່າ. ພວກເຂົາ​ໄດ້​ທຳລາຍ​ແຕ່​ສິ່ງ​ທີ່​ບໍ່ມີ​ປະໂຫຍດ ແລະ​ບໍ່ມີ​ຄຸນຄ່າ​ເທົ່ານັ້ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


ຊາມູເອນ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ຂໍຮ້ອງ​ວ່າ, “ຂໍ​ທ່ານ​ຈົ່ງ​ແຕ່ງຕັ້ງ​ກະສັດ​ໃຫ້​ປົກຄອງ​ພວກ​ຂ້ານ້ອຍ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka