1 ຊາມູເອນ 15:1 - ພຣະຄຳພີສັກສິ1 ຕໍ່ມາ ຊາມູເອນໄດ້ກ່າວແກ່ໂຊນວ່າ, “ຂ້ອຍເປັນຜູ້ທີ່ພຣະເຈົ້າຢາເວສົ່ງມາໃຊ້ນໍ້າມັນສັກສິດຫົດສົງເຈົ້າ ໃຫ້ເປັນກະສັດປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ບັດນີ້ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ. Uka jalj uñjjattʼäta |
ແລ້ວຊາມູເອນກໍເອົາເຕົ້ານໍ້າມັນໝາກກອກເທດຖອກໃສ່ຫົວໂຊນ ແລະຈູບລາວ ແລະກ່າວວ່າ, “ພຣະເຈົ້າຢາເວໄດ້ຫົດສົງເຈົ້າໃຫ້ເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງພຣະອົງ. ເຈົ້າຈະປົກຄອງປະຊາຊົນຂອງພຣະເຈົ້າຢາເວ ແລະຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູທັງປວງຂອງພວກເຂົາ. ຂໍ້ພິສູດທີ່ພຣະເຈົ້າຢາເວໄດ້ເລືອກເອົາເຈົ້າ ໃຫ້ຂຶ້ນເປັນຜູ້ປົກຄອງປະຊາຊົນຂອງພຣະອົງ ແມ່ນດັ່ງນີ້:
“ມື້ອື່ນ ໃນເວລາດຽວກັນນີ້ ເຮົາຈະສົ່ງຄົນໜຶ່ງຈາກເຜົ່າເບັນຢາມິນມາຫາເຈົ້າ; ຈົ່ງເອົານໍ້າມັນສັກສິດຫົດສົງລາວໃຫ້ເປັນກະສັດ ເພື່ອປົກຄອງປະຊາຊົນອິດສະຣາເອນຂອງເຮົາ; ແລະລາວຈະຊ່ວຍກອບກູ້ເອົາພວກເຂົາໃຫ້ພົ້ນຈາກພວກຟີລິດສະຕິນ. ເຮົາໄດ້ເຫັນຄວາມທົນທຸກຂອງພວກເຂົາ ແລະໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫລືອຂອງພວກເຂົາ.”