Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 14:6 - ພຣະຄຳພີສັກສິ

6 ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 14:6
31 Jak'a apnaqawi uñst'ayäwi  

ຢ່າ​ບອກ​ເລື່ອງນີ້​ສູ່​ຊາວ​ເມືອງກາດ​ຟັງ ຫລື​ໃນ​ຫົນທາງ​ທີ່​ເມືອງ​ອາຊະເກໂລນ​ດ້ວຍ. ຢ່າ​ເຮັດ​ໃຫ້​ພວກຜູ້ຍິງ​ຟີລິດສະຕິນ​ດີໃຈ. ຢ່າ​ໃຫ້​ພວກ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ຮັບ​ພິທີຕັດ​ຊື່ນໃຈ​ຍ້ອນ.


ບາງທີ ພຣະເຈົ້າຢາເວ​ຈະ​ສັງເກດ​ເຫັນ​ຄວາມທຸກໃຈ​ຂອງເຮົາ ແລະ​ພຣະເຈົ້າຢາເວ​ຈະ​ໂຜດ​ອວຍພອນ​ເຮົາ​ແທນ​ຄຳ​ປ້ອຍດ່າ​ຂອງ​ລາວ​ກໍໄດ້.”


ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນສູງ​ຂອງ​ເພິ່ນ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໄດ້ຍິນ​ຄຳໝິ່ນປະໝາດ​ນີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ລົງໂທດ​ຜູ້​ທີ່​ກ່າວ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ສຳລັບ​ປະຊາຊົນ​ຂອງ​ພວກເຮົາ​ທີ່​ລອດຊີວິດ​ຢູ່​ນີ້​ດ້ວຍ​ເທີ້ນ.”


ອາສາ​ໄດ້​ຍົກທັບ​ອອກ​ໄປ​ສູ້ຮົບ​ເຊຣາ ແລະ​ທັງສອງ​ຝ່າຍ​ໄດ້​ຕັ້ງ​ທີ່ໝັ້ນ​ຢູ່​ໃນ​ຮ່ອມພູ​ເຊຟາທາ​ໃກ້​ກັບ​ເມືອງ​ມາເຣຊາ.


ອາສາ​ໄດ້​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊ່ວຍ​ກອງທັບ​ທີ່​ອ່ອນແຮງ​ໄດ້​ຢ່າ​ງ່າຍດາຍ ໃຫ້​ເທົ່າ​ກັບ​ກອງທັບ​ທີ່​ມີ​ກຳລັງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ບັດນີ້ ໂຜດ​ຊ່ວຍຊູ​ພວກ​ຂ້ານ້ອຍ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ເຊື່ອໝັ້ນ​ໃນ​ພຣະອົງ​ແລະ​ໃນ​ນາມ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ຈຶ່ງ​ອອກ​ມາ​ສູ້ຮົບ​ກອງທັບ​ອັນ​ໃຫຍ່ໂຕ​ຢ່າງ​ນີ້. ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ; ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຫວັງ​ຊະນະ​ພຣະອົງ​ໄດ້.”


ພຣະເຈົ້າຢາເວ​ກະທຳ​ທຸກສິ່ງ​ຕາມ​ພຣະປະສົງ ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ທັງ​ໃນ​ທ້ອງ​ທະເລ​ເລິກ ແລະ​ທ່າມກາງ​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ຄືກັນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ລົງໂທດ​ປະຊາຊົນ​ເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະ​ປະຊາຊົນ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກ​ນີ້​ຕັດ​ຜົມ​ຂອງ​ພວກເຂົາ​ສັ້ນໆ. ປະຊາຊົນ​ເຫຼົ່ານີ້​ລ້ວນແຕ່​ໄດ້​ຮັບ​ພິທີຕັດ; ແຕ່​ບໍ່ມີ​ຜູ້ໃດ​ໄດ້​ຮັກສາ​ພັນທະສັນຍາ ທີ່​ພວກເຂົາ​ໄດ້​ເຮັດ​ໄວ້. ບໍ່ມີ​ຜູ້ໃດ​ໃນ​ປະຊາຊົນ​ເຫຼົ່ານີ້ ແລະ​ປະຊາຊົນ​ອິດສະຣາເອນ ໄດ້​ຮັກສາ​ພັນທະສັນຍາ​ຂອງເຮົາ​ເລີຍ.”


ຈົ່ງ​ກຽດຊັງ​ຄວາມຊົ່ວ ຈົ່ງ​ຮັກ​ແຕ່​ຄວາມດີ ແລະ​ໃຫ້ການ​ຢ່າງ​ສັດຊື່​ໃນ​ສານ. ບາງທີ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ອາດ​ຈະ​ເມດຕາ​ປະຊາຊົນ​ໂຢເຊັບ ທີ່​ຍັງ​ລອດຊີວິດ​ຢູ່​ໃນ​ປະເທດ​ຊາດ​ນີ້​ກໍໄດ້.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ສາ​ເຖີດ ພວກເຈົ້າ​ທຸກຄົນ​ທີ່​ເປັນ​ປະຊາຊົນ ຜູ້​ຖ່ອມໃຈ​ໃນ​ດິນແດນ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ຈົ່ງ​ຊອກຫາ​ຄວາມ​ຊອບທຳ ແລະ​ຈົ່ງ​ຊອກຫາ​ຄວາມ​ຖ່ອມໃຈ​ລົງ. ບາງທີ​ພວກເຈົ້າ​ອາດ​ຈະ​ຫລົບ​ໜີ​ຈາກ​ການລົງໂທດ​ກໍໄດ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ​ນັ້ນ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ຖ້າ​ເຈົ້າ​ຫາກ​ໄປ​ກັບ​ພວກເຮົາ ພວກເຮົາ​ຈະ​ແບ່ງປັນ​ພຣະພອນ​ທຸກຢ່າງ​ໃຫ້​ເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຮົາ.”


ແຕ່ລະເຜົ່າ​ຂອງ​ຊາດ​ອິດສະຣາເອນ​ເກນ​ທະຫານ​ໃຫ້​ໄດ້​ໜຶ່ງພັນ​ຄົນ.”


ພຣະເຢຊູເຈົ້າ​ຫລຽວ​ເບິ່ງ​ພວກ​ສາວົກ ແລ້ວ​ຕອບ​ວ່າ, “ສຳລັບ​ມະນຸດ​ແລ້ວ​ເປັນ​ໄປ​ບໍ່ໄດ້ ແຕ່​ສຳລັບ​ພຣະເຈົ້າ​ແລ້ວ​ທຸກສິ່ງ​ເປັນ​ໄປ​ໄດ້.”


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ບັດນີ້ ຂໍ​ທ່ານ​ຈົ່ງ​ມອບ​ດິນແດນ​ທາງ​ເຂດ​ເນີນພູ​ໃຫ້​ຂ້າພະເຈົ້າ​ສາ ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ຂ້າພະເຈົ້າ ໃນ​ມື້​ທີ່​ຂ້າພະເຈົ້າ​ແລະ​ຄົນ​ຂອງ​ຂ້າພະເຈົ້າ​ໄດ້​ລາຍງານ. ໃນ​ສະໄໝ​ນັ້ນ ພວກ​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ມີ​ເຊື້ອຊາດ​ຂອງ​ຄົນ​ຮ່າງໃຫຍ່​ຊື່​ວ່າ, ອານາກີມ ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ. ຖ້າ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ​ແທ້ ຂ້າພະເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ນັ້ນ.”


ຕໍ່ມາ ແຊມຊັນ​ຫິວນໍ້າ​ຫລາຍ ລາວ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ໄຊຊະນະ​ອັນ​ຍິ່ງໃຫຍ່ ດຽວ​ນີ້​ຂ້ານ້ອຍ​ກຳລັງ​ຫິວນໍ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ແລະ​ພຣະອົງ​ຈະ​ໃຫ້​ພວກ​ຟີລິດສະຕິນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຈັບ​ຂ້ານ້ອຍ​ຊັ້ນບໍ?”


ໂງ່ນ​ທີ​ໜຶ່ງ​ຢູ່​ທາງ​ເບື້ອງເໜືອ​ຂອງ​ຊ່ອງແຄບ​ຊຶ່ງ​ກົງກັບ​ມິກມາດ ແລະ​ໂງ່ນ​ໜຶ່ງ​ອີກ​ຢູ່​ທາງ​ເບື້ອງໃຕ້​ຊຶ່ງ​ກົງກັບ​ເກບາ.


ຊາຍໜຸ່ມ​ຈຶ່ງ​ຕອບ​ວ່າ, “ທ່ານ​ເຮັດ​ສິ່ງໃດ ຂ້ານ້ອຍ​ກໍ​ຍິນດີ​ເຮັດ​ນຳ.”


ດາວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້​ກັບ​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີລິດສະຕິນ​ຜູ້​ນີ້​ໄດ້ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ໝິ່ນປະໝາດ​ນີ້​ຈະ​ໄດ້​ຫຍັງ? ຄົນ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ ທີ່​ກຳລັງ​ເວົ້າ​ທ້າທາຍ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ນັ້ນ​ແມ່ນ​ຜູ້ໃດ?”


ຂ້ານ້ອຍ​ເຄີຍ​ຂ້າ​ສິງ​ແລະ​ໝີ​ມາ​ແລ້ວ ແລະ​ຂ້ານ້ອຍ​ຈະ​ເຮັດ​ກັບ​ຊາຍ​ຟີລິດສະຕິນ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ນີ້​ຢ່າງ​ດຽວກັນ ເພາະ​ມັນ​ໄດ້​ໝິ່ນປະໝາດ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.


ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ


ແລະ​ທຸກໆ​ຄົນ​ໃນ​ທີ່ນີ້​ຈະ​ເຫັນ​ວ່າ ພຣະເຈົ້າຢາເວ​ບໍ່​ຈຳເປັນ​ໃຊ້​ດາບ​ຫລື​ຫອກ ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ. ພຣະເຈົ້າຢາເວ​ເປັນ​ເຈົ້າຂອງ​ສະໜາມຮົບ ແລະ​ພຣະອົງ​ຈະ​ມອບ​ພວກເຈົ້າ​ໄວ້​ໃນ​ກຳມື​ຂອງ​ພວກເຮົາ.”


ເພິ່ນ​ເອີ້ນ​ບອກ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ເພິ່ນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຈະ​ບໍ່ໄດ້​ດູຖູກ​ຂ້ອຍ​ແລະ​ຂ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຄົນ​ນັ້ນ​ຢ້ານໂພດ​ຈຶ່ງ​ບໍ່ກ້າ​ຂ້າ. ສະນັ້ນ ກະສັດ​ໂຊນ​ຈຶ່ງ​ຖອດ​ດາບ​ຂອງຕົນ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka