1 ຊາມູເອນ 14:5 - ພຣະຄຳພີສັກສິ5 ໂງ່ນທີໜຶ່ງຢູ່ທາງເບື້ອງເໜືອຂອງຊ່ອງແຄບຊຶ່ງກົງກັບມິກມາດ ແລະໂງ່ນໜຶ່ງອີກຢູ່ທາງເບື້ອງໃຕ້ຊຶ່ງກົງກັບເກບາ. Uka jalj uñjjattʼäta |
ກະສັດໂຊນໄດ້ເລືອກເອົາຊາຍສະກັນຊາວອິດສະຣາເອນສາມພັນຄົນ ໂດຍໄດ້ແບ່ງເອົາສອງພັນຄົນໃຫ້ຢູ່ກັບຕົນທີ່ມິກມາດ ແລະທີ່ເຂດເນີນພູຂອງເບັດເອນ, ແຕ່ທະຫານໜຶ່ງພັນຄົນນັ້ນ ເພິ່ນໃຫ້ໄປກັບໂຢນາທານລູກຊາຍຂອງຕົນ ທີ່ເມືອງກີເບອາໃນເຂດແດນຂອງເຜົ່າເບັນຢາມິນ. ສ່ວນທີ່ເຫຼືອນັ້ນ ເພິ່ນໄດ້ສັ່ງໃຫ້ກັບຄືນເມືອບ້ານເຮືອນຂອງໃຜລາວ.
ໂຢນາທານເວົ້າກັບຊາຍໜຸ່ມທີ່ມານຳຕົນນັ້ນວ່າ, “ໃຫ້ພວກເຮົາຂ້າມໄປທີ່ຄ້າຍຂອງຊາວຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ. ບາງທີພຣະເຈົ້າຢາເວຈະຊ່ວຍເຫລືອພວກເຮົາກໍໄດ້. ຖ້າພຣະອົງຊ່ວຍເຫລືອພວກເຮົາ ຈະບໍ່ມີສິ່ງໃດກີດກັ້ນບໍ່ໃຫ້ພຣະເຈົ້າຢາເວມອບໄຊຊະນະແກ່ພວກເຮົາໄດ້ດອກ ເຖິງແມ່ນວ່າພວກເຮົາມີໜ້ອຍຄົນກໍຕາມ.”